ບັນຫາການເກີດອຸບັດຕິເຫດຕາມທ້ອງຖະໜົນ ຍ້ອນຜູ້ຂັບຂີ່ຈໍານວນໜຶ່ງສະຕິໃນການເຄົາລົບກົດຈະລາຈອນຍັງບໍ່ທັນສູງ, ບໍ່ໃຫ້ກຽດເຊິ່ງກັນແລະກັນ ສະແດງອອກ ຄື: ຍັງມີນັກຂັບຂີ່ລະເມີດ ດ້ວຍການລ່ວງປ້າຍຫ້າມ, ລ່ວງໄຟອໍານາດ, ຈອດລົດຊະຊາຍ ຫຼື ເຂດຕ້ອງຫ້າມ; ຊິງແຊງບໍ່ຮັບປະກັນ, ດື່ມສິ່ງມຶນເມົາ ແລ້ວຂັບຂີ່, ຂັບຂີ່ໄວເກີນກຳນົດ ແລະ ບັນຫາອື່ນໆ; ສະເພາະເດືອນຕຸລາ 2019 ຜ່ານມາ, ມີນັກຂັບຂີ່ີລະເມີດກົດລະບຽບຈະລາຈອນ ພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນ ມີສູງເຖິງ 500 ກວ່າຄັນ, ພົ້ນເດັ່ນກວ່າໝູ່ແມ່ນດື່ມສິ່ງມຶນເມົາແລ້ວ ຂັບຂີ່ລົດ.

ກວດພົບຜູ້ລະເມີດກົດຈະລາຈອນ 500 ກວ່າຄັນ ໃນເດືອນຕຸລາ
ກວດພົບຜູ້ລະເມີດກົດຈະລາຈອນ 500 ກວ່າຄັນ ໃນເດືອນຕຸລາ

ຕາມການສະຫຼຸບສະຖິຕິອຸບັດຕິເຫດປະຈໍາເດືອນຕຸລາ 2019 ຂອງກົມຕໍາ ຫຼວດຈະລາຈອນ ໄດ້ສະຫຼຸບໄວ້ວ່າ:

ສະພາບການເກີດອຸບັດຕິເຫດໃນທົ່ວປະເທດ ເກີດຂຶ້ນທັງໝົດ 521 ຄັ້ງ, ເຊິ່ງໃນຈໍານວນທີ່ເກີດອຸບັດຕິເຫດນັ້ນ ແມ່ນລະ ເມີດກົດຈະລາຈອນດ້ວຍຫຼາຍຮູບແບບ ທັງໝົດ 521 ຄັນ ເປັນຕົ້ນແມ່ນ: ລະ ເມີດດ້ວຍການດື່ມສິ່ງມຶນເມົາແລ້ວຂັບຂີ່ ພາໃຫ້ເກີດອຸບັດຕິເຫດທັງໝົດ 121 ຄົນ ຫຼື ຄັນ; ປ່ຽນທິດທາງການສັນຈອນກະທັນຫັນ 100 ຄັນ, ໃຊ້ຄວາມໄວເກີນກໍານົດ 93 ຄັນ; ບໍ່ປ່ອຍສິດ 90 ຄັນ, ຊິງແຊງບໍ່ຮັບຮັບປະກັນ 36 ຄັນ, ເຕັກນິກລົດບໍ່ຮັບປະກັນ 19 ຄັນ, ລ່ວງ ປ້າຍຫ້າມ 14 ຄັນ ແລະອື່ນໆ 48 ຄັນ; ຈາກອຸບັດຕິເຫດທີ່ເກີດຂຶ້ນນັ້ນ ສົ່ງຜົນ ເຮັດໃຫ້ພາຫະນະເປ່ເພເລັກໜ້ອຍ 429 ຄັນ, ສົມຄວນ 426 ຄັນ, ໃຊ້ການບໍ່ໄດ້ 29 ຄັນ, ຄົນໄດ້ຮັບບາດເຈັບເລັກໜ້ອຍ 406 ຄົນ, ສົມຄວນ 376 ຄົນ, ສາຫັດ 111 ຄົນ ແລະ ເສຍຊີວິດທັງໝົດ 75 ຄົນ, ທຽບໃສ່ເດືອນຜ່ານມາ ອຸບັດຕິເຫດ ເພີ່ມຂຶ້ນ 79 ຄັ້ງ ສ່ວນຜູ້ເສຍຊີວິດຫຼຸດ ລົງ 20 ຄົນ.

ກວດພົບຜູ້ລະເມີດກົດຈະລາຈອນ 500 ກວ່າຄັນ ໃນເດືອນຕຸລາ
ກວດພົບຜູ້ລະເມີດກົດຈະລາຈອນ 500 ກວ່າຄັນ ໃນເດືອນຕຸລາ

ແຂວງທີ່ເກີດອຸບັດຕິເຫດ ແລະ ມີ ຜູ້ເສຍຊີວິດປະກອບມີ: ນະຄອນຫຼວງວຽງຈັນ ເກີດຂຶ້ນ 89 ຄັ້ງ ເສຍຊີວິດ 16 ຄົນ, ແຂວງຈໍາປາສັກ ເກີດຂຶ້ນ 59 ຄັ້ງ ເສຍຊີວິດ 10 ຄົນ, ຫຼວງພະບາງ ເກີດ ຂຶ້ນ 54 ຄັ້ງ ເສຍຊີວິດ 9 ຄົນ, ວຽງຈັນ ເກີດຂຶ້ນ 64 ຄັ້ງ ເສຍຊີວິດ 8 ຄົນ, ສາລະວັນ ເກີດຂຶ້ນ 13 ຄັ້ງ ເສຍຊີວິດ 7 ຄົນ, ສະຫວັນນະເຂດ ເກີດຂຶ້ນ 42 ຄັ້ງ ເສຍຊີວິດ 6 ຄົນ; ໄຊຍະບູລີ ເກີດຂຶ້ນ 43 ຄັ້ງ ເສຍຊີວິດ 6 ຄົນ, ຄໍາມ່ວນ ເກີດ ຂຶ້ນ 3 ຄັ້ງ ເສຍຊີວິດ 4 ຄົນ, ບໍລິຄຳໄຊ ເກີດຂຶ້ນ 34 ຄັ້ງ ເສຍຊີວິດ 3 ຄົນ, ອຸດົມ ໄຊ ເກີດຂຶ້ນ 34 ຄັ້ງ ເສຍຊີວິດ 3 ຄົນ, ຫຼວງນໍ້າທາ ເກີດຂຶ້ນ 30 ຄັ້ງ ເສຍຊີວິດ 1 ຄົນ, ຊຽງຂວາງ ເກີດຂຶ້ນ 5 ຄັ້ງ ເສຍ ຊີວິດ 1 ຄົນ ແລະ ແຂວງຫົວພັນ ເກີດ ຂຶ້ນ 1 ຄັ້ງ ເສຍຊີວິດ 1 ຄົນ, ສ່ວນແຂວງ ທີ່ເຫຼືອກໍເກີດຂຶ້ນ ແຕ່ບໍ່ມີຜູ້ເສຍຊີວິດ.

ພາຫະນະທີ່ຮ່ວມເກີດອຸບັດຕິເຫດປະກອບມີ: ລົດຈັກຕໍາລົດຈັກ ເກີດຂຶ້ນ 120 ຄັ້ງ ເສຍຊີວິດ 16 ຄົນ, ລົດຈັກຕໍາລົດຍົນ ເກີດຂຶ້ນ 100 ຄັ້ງ ເສຍຊີວິດ 31 ຄົນ; ລົດຍົນຕໍາລົດຍົນ ເກີດຂຶ້ນ 91 ຄັ້ງ ເສຍຊີວິດ 9 ຄົນ, ລົດຈັກຕໍາລົດບັນທຸກ ເກີດຂຶ້ນ 10 ຄັ້ງ ເສຍຊີວິດ 5 ຄົນ, ລົດຈັກລົ້ມເອງ ເກີດຂຶ້ນ 30 ຄັ້ງ ເສຍຊີ ວິດ 3 ຄົນ, ລົດຍົນຕໍາລົດໄຖນາ ເກີດຂຶ້ນ 4 ຄັ້ງ ເສຍຊີວິດ 2 ຄົນ, ລົດຍົນຕໍາຄົນຍ່າງ ເກີດຂຶ້ນ 26 ຄັ້ງ ເສຍຊີວິດ 2 ຄົນ, ລົດ ຍົນປີ້ນເອງ ເກີດຂຶ້ນ 21 ຄັ້ງ ເສຍຊີວິດ 2 ຄົນ; ລົດຍົນຕໍາລົດບັນທຸກ ເກີດຂຶ້ນ 9 ຄັ້ງ ເສຍຊີວິດ 2 ຄົນ ແລະອື່ນໆ. ສະເພາະລັກສະນະການຕໍາຂອງ ຍານພາຫະນະປະກອບມີ: ຕໍາໜ້າເຊິ່ງ ໜ້າ ເກີດຂຶ້ນ 101 ຄັ້ງ, ຕໍາດ້ານຂ້າງ ເກີດ ຂຶ້ນ 224 ຄັ້ງ, ຕໍາດ້ານຫຼັງ ເກີດຂຶ້ນ 97 ຄັ້ງ, ລົດຈັກລົ້ມເອງ ເກີດຂຶ້ນ 30 ຄັ້ງ, ລົດຍົນປີ້ນເອງ ເກີດຂຶ້ນ 21 ຄັ້ງ ແລະ ອື່ນໆ 48 ຄັ້ງ ຈາກອຸບັດຕິເຫດທີ່ເກີດຂຶ້ນ ສ້າງຜົນເສຍຫາຍ ຄິດເປັນເງິນທັງໝົດ 5.310.200.000 ກີບ.

ກວດພົບຜູ້ລະເມີດກົດຈະລາຈອນ 500 ກວ່າຄັນ ໃນເດືອນຕຸລາ
ກວດພົບຜູ້ລະເມີດກົດຈະລາຈອນ 500 ກວ່າຄັນ ໃນເດືອນຕຸລາ

ທິດທາງຕໍ່ໜ້າ, ກົມຕໍາຫຼວດຈະລາ ຈອນ ໃນນາມທີ່ເປັນກົມຊີ້ນຳມະຫາພາກ ຈະສືບຕໍ່ຄົ້ນຄວ້າຮ່າງຍຸດທະສາດປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂອຸບັດຕິເຫດຈະລາຈອນທາງຫຼວງ, ສືບຕໍ່ສ້າງຮູບຈໍາລອງກ່ຽວກັບການຂັບຂີ່ລົດ, ການແຊງລົດ; ການຈອດລົດຖືກຕ້ອງ ແລະ ບໍ່ຖືກຕ້ອງເພື່ອໄປຜັນຂະຫຍາຍໃຫ້ເຈົ້າ ໜ້າທີ່ຕໍາຫຼວດຈະລາຈອນຮັບຮູ້ ແລະ ເປັນແຜນອັນລະອຽດຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງຕ່າງໆ ເພື່ອພ້ອມກັນແກ້ໄຂບັນຫາການເກີດອຸບັດຕິເຫດໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ; ນອກນີ້, ຍັງຈະສືບຕໍ່ໃນການ ຊີ້ນໍາ-ນຳພາກໍາລັງຕໍາຫຼວດຈະລາຈອນ ໃນທົ່ວປະເທດ ປະຕິບັດໜ້າທີ່ວິຊາສະເພາະເປັນຕົ້ນແມ່ນ ໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ, ປະຈໍາປ້ອມ; ລະບາຍການສັນຈອນ, ຕັ້ງຈຸດກວດກາຍານ ພາຫະນະ, ຈັບຄວາມໄວ, ກວດທາດເຫຼົ້າຢູ່ຕາມເສັ້ນທາງຕ່າງໆ ເພື່ອເປັນການສະກັດກັ້ນບັນຫາຕົ້ນໆທີ່ພາໃຫ້ເກີດອຸ ບັດຕິເຫດໂດຍໃຊ້ມາດຕະການຕ່າງໆ ຕໍ່ຜູ້ລະເມີດ ເພື່ອໃຫ້ພວກເຂົາເຫຼົ່ານັ້ນທີ່ລະເມີດ ມີຄວາມຍ້ານກົວຕໍ່ມາດຕະ ການຂອງເຈົ້າໜ້າທີ່ ແລະ ເປັນການສະ ກັດກັ້ນບໍ່ໃຫ້ພວກເຂົາກັບຄືນມາລະເມີດຊໍ້າອີກ.