ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2019 ແລະ ປຶກສາ ຫາລືແຜນການຈັດສັນ ຄຸ້ມຄອງປ່າສະຫງວນແຫ່ງຊາດນ້ຳປຸຍ
ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2019 ແລະ ປຶກສາ ຫາລືແຜນການຈັດສັນ ຄຸ້ມຄອງປ່າສະຫງວນແຫ່ງຊາດນ້ຳປຸຍ

ໃນອາທິດທີ່ຜ່ານມາ, ພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2019 ແລະ ປຶກສາ ຫາລືແຜນການຈັດສັນ ຄຸ້ມຄອງປ່າສະຫງວນແຫ່ງຊາດນ້ຳປຸຍ ແຂວງໄຊຍະບູລີ, ໂດຍການເປັນປະທານຂອງ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໆໄຊຍະບູລີ, ໂດຍມີຕາງໜ້າອົງການກອງທຶນອະນຸລັກທຳມະຊາດໂລກ, ຕາງໜ້າຊ່ຽວຊານທີ່ປຶກສາຈາກສູນຊີວະນາໆພັນອາຊຽນ ແນະນຳສູນຊີວະນາໆພັນອາຊຽນ, ມີບັນດາພະແນກການ, ຂະແໜງການຕ່າງໜ້າເມືອງພຽງ, ເມືອງທົ່ງມິີໄຊ ແລະ ເມືອງປາກລາຍ ເຂົ້າຮ່ວມ.

ໃນວາລະກອງປະຊຸມໄດ້ສະຫຼຸບຜົນການເຄື່ອນໄຫວວຽກງານ ປະຈຳປີ 2019 ແລະ ທິດທາງແຜນການໃນຕໍ່ໜ້າ; ສະເໜີຜົນການຕັ້ງກ້ອງດັກຖ່າຍສັດປ່າ, ຜົນການຕັ້ງປະຕິບັດກິດຈະ ກຳການກວດກາລາດຕະເວນ ແລະ ບັງຄັບການໃຊ້ກົດໝາຍ, ລາຍງານວຽກງານການແກ້ໄຂຂໍ້ຂັດແຍ່ງລະຫວ່າງຄົນກັບຊ້າງປ່າ ແລະ ແຜນການຄຸ້ມຄອງປະຊາກອນຊ້າງໃນຕໍ່ໜ້າຢູ່ເຂດປ່າສະຫງວນແຫ່ງຊາດນ້ຳປຸຍ ໃນໄລຍະຜ່ານມາ.

ໂອກາດດຽວກັນ, ຕາງໜ້າຊ່ຽວຊານທີ່ປຶກສາຈາກສູນຊີວະນາໆພັນອາຊຽນ ໄດ້ຂຶ້ນສະເໜີແຜນຍຸດທະສາດ ແລະ ພາບລວມວຽກງານຈັດສັນ ແລະ ນຳໃຊ້ທີ່ດິນ ແລະ ປ່າໄມ້ຂັ້ນບ້ານຢູ່ເຂດປ່າສະຫງວນແຫ່ງຊາດນ້ຳປຸຍ; ແນະນໍາສູນຊີວະນາໆພັນອາຊຽນ ແລະ ຄວາມເປັນມາຂອງໂຄງ ການອະນຸລັກຊີວະນາໆພັນໃນເຂດປ່າສະຫງວນ ທີ່ເປັນອຸທິຍານມໍລະດົກທາງທຳມະຊາດອາຊຽນ. ພ້ອມທັງສະເໜີແຜນຍຸດທະສາດ ແລະ ອົງປະກອບຂອງແຜນການຄຸ້ມຄອງປ່າສະຫງວນ, ແນວຄວາມຄິດການກຳນົດເຂດຫວງຫ້າມເດັດຂາດ ແລະ ເຂດ ຄຸ້ມຄອງນຳໃຊ້; ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລືກ່ຽວກັບການນຳສະເໜີ ແລະ ວິໄສທັດຂອງວຽກງານຄຸ້ມຄອງປ່າສະຫງວນໃນຕໍ່ໜ້າ; ໂດຍແບ່ງ ກຸ່ມສົນທະນາຄົ້ນຄວ້າໃນ 2 ຫົວຂໍ້ຄື: ການວາງແຜນຄຸ້ມຄອງຊີວະນາໆພັນ ແລະ ການວາງແຜນນຳໃຊ້ທີ່ດິນກະສິກຳຂັ້ນບ້ານ.