ພົຕ ວັນທອງ ກອງມະນີ
ພົຕ ວັນທອງ ກອງມະນີ

ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ພົບປະໂອ້ລົມ ແລະ ເນັ້ນຄະນະພັກ-ຄະນະກອງບັນຊາການ ປກສ ແຂວງໄຊຍະບູລີ ຈົ່ງສືບຕໍ່ປັບປຸງກໍ່ສ້າງກໍາລັງໃຫ້ເຕີບໃຫຍ່ເຂັ້ມແຂງໃນຂະບວນການຕົວຈິງຢູ່ຮາກຖານ; ໂດຍມີ ພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນໂອກາດລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ ໃນລະຫວ່າງ ວັນທີ 18-20 ທັນວາ 2019 ນີ້.

ຄະນະພັກ-ຄະນະບັນຊາ ປກສ ແຂວງໄຊຍະບູລີ
ຄະນະພັກ-ຄະນະບັນຊາ ປກສ ແຂວງໄຊຍະບູລີ

ທ່ານຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ເນັ້ນບັນດາສະຫາຍຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຈົ່ງສືບຕໍ່ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງ, ສະໜິດຕິດພັນກັບຮາກຖານປະຊາຊົນ, ຊ່ວຍອໍານາດການປົກຄອງໃນການສຶກສາອົບຮົມລູກຫຼານປະຊາຊົນເວລາໃດກໍຕ້ອງເຂົ້າໃຈຄວາມຮູ້ສຶກ, ຄວາມມຸງມາດປາຖະໜາ ແລະ ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ ນໍາພາປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ ພ້ອມທັງສ້າງຄວາມເປັນແບບຢ່າງທີ່ດີຢູ່ຮາກຖານປະຊາຊົນ; ບັນດາສະຫາຍຕ້ອງຍົກສູງສະຕິຕໍ່ການຈັດຕັ້ງ, ລະບຽບວິໄນເຂັ້ມງວດ, ປັບປຸງແບບແຜນວິທີເຮັດວຽກໃຫ້ເໜັກແໜ້ນເຂັ້ມແຂງ ແລະ ມີຄວາມເປັນເອກະພາບສູງໃນໝູ່ຄະນະ.