ຄະນະບັນນາທິການຂ່າວສານ ປກສ ປ່ຽນຊື່ເປັນ ກົມສື່ມວນຊົນ ປກສ

0
1925

ພິທີປະກາດປ່ຽນຊື່ ຄະນະບັນນາທິການຂ່າວສານ ປກສ ມາເປັນ ກົມສື່ມວນຊົນປ້ອງກັນຄວາມສະຫງົບ ຕາມຂໍ້ຕົກລົງສະບັບເລກທີ 18/ປກສ ລົງວັນທີ 2 ມັງກອນ 2020 ວ່າດ້ວຍ ການປ່ຽນຊື່ ຄະນະບໍລິຫານງານ ແລະ ໂຮງຮຽນ ທີ່ຂຶ້ນກັບ ກົມໃຫຍ່ການເມືອງ ປກສ ເພື່ອເຮັດໃຫ້ລະບົບກົງຈັກການຈັດຕັ້ງຂອງ ກົມໃຫຍ່ການເມືອງ ປກສ ມີຄວາມເປັນເອກະພາບ, ມີຄວາມຄ່ອງຕົວໃນການຄຸ້ມຄອງບັນຊາ ແລະ ເຄື່ອນໄຫວວຽກງານວິຊາສະເພາະ ໃຫ້ຖືກຕ້ອງຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງການຈັດຕັ້ງຂອງຕົນ.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 9 ມັງກອນ 2020 ທີ່ຫ້ອງປະຊຸມ ກົມສື່ມວນຊົນ ປກສ ໂດຍມີ ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ພັອ ສີພັນດອນ ຫວ່າງບົວຊົງ ຫົວໜ້າກົມສື່ມວນຊົນ ປກສ (ຜູ້ເກົ່າ) ແລະ ພັອ ເພີນຄຳ ແສງດາລາ ຫົວໜ້າກົມສື່ມວນຊົນ ປກສ (ຜູ້ໃໝ່) ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກົມສື່ມວນຊົນ ປກສ ກໍຄື ຄະນະບັນນາທິການຂ່າວສານ ປກສ (ໃນເມື່ອກ່ອນ) ແມ່ນກົມວິຊາສະເພາະໜຶ່ງ ໃນໂຄງປະກອບກົງຈັກການຈັດຕັ້ງຂອງ ກົມໃຫຍ່ການເມືອງ ປກສ, ມີຖານະທຽບເທົ່າກັບບັນດາກົມ ທີ່ຂຶ້ນກັບ ກົມໃຫຍ່ການເມືອງ ປກສ, ມີພາລະບົດບາດເປັນເສນາທິການໃຫ້ ກະຊວງ ປກສ ແລະ ກົມໃຫຍ່ການເມືອງ ປກສ ໃນການຄົ້ນຄວ້າ, ວາງແຜນການ, ກຳແໜ້ນສະພາບການ, ຄຸ້ມຄອງ, ຕິດຕາມ, ກວດກາການໂຄສະນາປຸກລະດົມ ຂະບວນການດ້ານຕ່າງໆ ດ້ວຍພາຫະນະສື່ມວນຊົນ ແລະ ຍັງເປັນກະບອກສຽງໃຫ້ ກະຊວງ ປກສ ໂຄສະນາຜົນງານການເຄື່ອນໄຫວຂອງວຽກງານ ກຳລັງ ປກສ ໃນຂອບເຂດທົ່ວປະເທດ, ພ້ອມທັງ ຕອບຕ້ານການໂຄສະນາໃສ່ຮ້າຍປ້າຍສີທຸກຮູບແບບຂອງ ກຸ່ມຄົນບໍ່ດີ ແລະ ບັນດາອິດທິກຳລັງປໍລະປັກ ຢ່າງເປັນທາງການ.