ສານປະຊາຊົນພາກກາງໝາຍເລກ 1 ເມືອງທຽນຈິນ ພິພາກສາຕັດສິນຈຳຄຸກ ທ່ານ ເມິ່ງ ຫົງເວີ່ຍ ອະດີດປະທານອົງການຕຳຫຼວດອາຊະຍາກຳລະຫວ່າງປະເທດ ຫຼື ຕຳຫຼວດສາກົນ ອາຍຸ 66 ປີ ເປັນເວລາ 13 ປີເຄິ່ງ ຈາກຄວາມຜິດໃນຂໍ້ຫາຮັບສິນບົນ ແລະ ສັ່ງປັບເງເິນຈຳນວນ 2 ລ້ານຢວນນຳອີກ ໂດຍ ທ່ານເມິ່ງ ຫົງເວີ່ຍ ຕັດສິນໃຈທີ່ຈະບໍ່ຍື່ນອຸທອນ.

ຄຳພິພາກສາທີ່ສານສູງສຸດຈີນ ເຜີຍແຜ່ຜ່ານທາງສື່ອອນລາຍ ໃນວັນທີ 21 ມັງກອນ ທີ່ຜ່ານມາ, ໂດຍແຈ້ງໃຫ້ຮູ້ວ່າ ໃນລະຫວ່າງປີ 2005-2017, ທ່ານ ເມິ່ງ ໃຊ້ສິດ ແລະ ໜ້າທີ່ຕໍາແໜ່ງຕົນເອງໃນຖານະຮອງນາຍົກລັດຖະມົນຕີຝ່າຍຄວາມໝັ້ນຄົງສາທາລະນະ ແລະ ຫົວໜ້າຕຳຫຼວດນ້ຳຂອງຈີນ ຮັບເງິນສິນບົນທັງໝົດ 14.46 ລ້ານຢວນ.

ທ່ານ ເມິ່ງ ເປັນຊາວຈີນ ຄົນທຳອິດທີ່ໄດ້ຮັບຕຳແໜ່ງປະທານຕຳຫຼວດສາກົນ ໂດຍຕາມກຳໜົດແມ່ນດຳລົງຕຳແໜ່ງຈົນຮອດປີ 2020. ແຕ່ໃນເດືອນກັນຍາ 2018, ທ່ານ ເມິ່ງຫາຍຕົວໄປໃນລະຫວ່າງເດີນທາງໄປຢ້ຽມຢາມປະເທດຈີນ ເຮັດໃຫ້ພັນລະຍາທ່ານ ເມິ່ງຕ້ອງແຈ້ງຄວາມຄົນຫາຍ. ແຕ່ໃນເວລາຕໍ່ມາ, ມີຂ່າວວ່າ ທ່ານ ເມິ່ງ ລາອອກຈາກຕຳແໜ່ງແລ້ວ ແລະ ຖືກທາງການຈີນ ຈັບຕົວໄວ້ໃນຖານະຜູ້ຖືກສົງໄສຄະດີຮັບສິນບົນ.

ຂໍ້ຫາດັ່ງກ່າວ, ເຮັດໃຫ້ ທ່ານ ເມິ່ງ ຖືກປົດອອກຈາກທຸກຕຳແໜ່ງໃນລັດຖະບານຈີນ ແລະ ກາຍເປັນໜຶ່ງໃນເຈົ້າໜ້າທີ່ລະດັບສູງທີ່ສຸດຂອງຈີນ ທີ່ຖືກດຳເນີນຄະດີພາຍໃຕ້ແຜນປາບປາມການສໍ້ລາດບັງຫຼວງຂອງປະທານປະເທດ ສີ ຈິ້ນຜິງ.