ເມືອງໜອງແຮດ ແຂວງຊຽງຂວາງ ໄດ້ຈັດພິທີມອບ-ຮັບໜ້າທີ່ ຫົວໜ້າດ່ານສາກົນນ້ຳກັ່ນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໃນວັນທີ 14 ກຸມພາ 2020, ຢູ່ທີ່ດ່ານສາກົນນ້ຳກັ່ນ, ເປັນປະທານໂດຍ ພັອ ບຸນລົດ ຄຳແພງພັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຮອງຫົວໜ້າພະແນກການ, ອົງການ ແລະ ພະນັກງານທີ່ປະຈຳດ່ານ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ ຫົວໜ້າດ່ານສາກົນນ້ຳກັ່ນ ລະຫວ່າງ ພັທ ທອງເດືອນ ຈັນທະລາວົງ ຫົວໜ້າດ່ານສາກົນນ້ຳກັ່ນ (ຜູ້ເກົ່າ) ແລະ ພັທ ແພງວັນ ເພັດວົງກົດ ຫົວໜ້າດ່ານສາກົນນ້ຳກັ່ນ (ຜູ້ໃໝ່).

ພັອ ບຸນລົດ ຄຳແພງພັນ ກ່າວວ່າ:

ການສັບປ່ຽນໜ້າທີ່ ແມ່ນອີງຕາມຄວາມຈຳເປັນຂອງໜ້າທີ່ວຽກງານ, ຜູ້ທີ່ອອກຮັບບຳນານກໍຕ້ອງຮັກສາສຸຂະພາບ ສືບຕໍ່ເປັນທີ່ປຶກສາໃຫ້ກັບ ຄະນະພັກດ່ານສາກົນນ້ຳກັ່ນ, ເຊິ່ງຜູ້ໃໝ່ຕ້ອງຊອກຮູ້ຮ່ຳຮຽນນຳໝູ່ຄະນະ, ອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ເຕົ້າໂຮມຄວາມສາມັກຄີພາຍໃນ ໃຫ້ແໜ້ນແຟ້ນ, ເຮັດວຽກລວມສູນປະຊາທິປະໄຕ, ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບ, ປະສານວຽກງານໃຫ້ດີ, ຮັກສາ ແລະ ເສີມຂະຫຍາຍມູນ ເຊື້ອການຮ່ວມມືກັບ ສສ ຫວຽດນາມ.

ນອກຈາກນັ້ນ, ກໍຕ້ອງເພີ່ມທະວີປ້ອງກັນພາຍໃນ ກວດກາໃຫ້ມີຄວາມສະຫງົບ, ເອົາໃຈໃສ່ສ້າງດ່ານຊາຍແດນ ໃຫ້ສະອາດຈົບງາມ, ຍົກສູງຄຸນນະພາບ ໃນການຂະຫຍາຍພັກ ເອົາໃຈໃສ່ຕໍ່ລະບົບສ່ອງແສງ, ເອົາໃຈໃສ່ຄຸ້ມຄອງຄົນສິນຄ້າສິ່ງຂອງຕ່າງໆ ໃນການເຂົ້າອອກດ່ານ, ຄົ້ນຄວ້າທ່າແຮງທີ່ບົ່ມຊ້ອນ ເພື່ອຍາດແຍ່ງທຶນມາພັດທະນາດ່ານ ແລະ ເອົາໃຈໃສ່ຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຕາມຄາດໝາຍ.