ກອງບັນຊາການ ປກສ ແຂວງຄຳມ່ວນ ສະຫຼຸບວຽກງານ ປະຈຳປີ 2019 ແລະ ວາງທິດທາງແຜນການ ປີ 2020 ໃນທ້າຍອາທິດຜ່ານມາ, ເຂົ້າຮ່ວມໂດຍ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ, ພ້ອມທັງມີ ພັອ ຄຳພອນ ສີກຸມພົນ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ຄະນະພັກ-ຄະນະກອງບັນຊາການ, ຫົວໜ້າກອງບັນຊາການ ປກສ ເມືອງ 10 ຕົວເມືອງ, ຫົວໜ້າຫ້ອງ-ຮອງຫ້ອງ, ກອງພັນປ້ອງກັນເຄືອນທີ່, ໂຮງຮຽນ, ຄ້າຍຄຸມຂັງ-ດັດສ້າງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ

ພັທ ຄຳຮຸ່ງ ອາລຸນສັກ ຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງ ກ່າວວ່າ:

ໃນໄລຍະ 1 ປີຜ່ານມາ, ຄະນະກອງບັນຊາການ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ ສະມາຊິກພັກ, ພະນັກງານ-ນັກຮົບ ເປັນປົກກະຕິ, ຕັ້ງໜ້າປະຕິບັດວຽກງານວິຊາສະເພາະ, ສຸມທຸກເຫື່ອແຮງສະຕິປັນຍາ ເຂົ້າໃນການແກ້ໄຂຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນຢູ່ໃນສັງຄົມ ເປັນຕົ້ນ ແມ່ນ:

ບັນຫາຂີ່ລັກງັດແງະ, ລັກຊັບ, ຊີງຊັບ, ຄາດຕະກຳ, ຄ້າ-ຂາຍຢາເສບຕິດ ແລະ ອຸບັດຕິເຫດທີ່ເກີດຂຶ້ນຢູ່ຕາມທ້ອງທະໜົນຫຼວງ.

ໃນ 1 ປີ ຜ່ານມາ, ທົ່ວແຂວງຄຳມ່ວນ ມີປະກົດການຫຍໍ້ທໍ້ຕ່າງໆ ເກີດຂຶ້ນດັ່ງນີ້:

  • ມີຄະດີເກີດຂຶ້ນທັງໝົດ 267 ເລື່ອງ, ມ້າງໄດ້ 251 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 425 ຄົນ ຍິງ 30 ຄົນ.
  • ຢຶດຂອງກາງລົດຈັກ 32 ຄັນ, ລົດໃຫຍ່ 4 ຄັນ, ຄວາຍ 32 ໂຕ, ງົວ 7 ໂຕ, ໄມ້ແປຮູບ 2.046 ແມັດກ້ອນ.
  • ແກ້ໄຂຄະດີຢາເສບຕິດໄດ້ທັງໝົດ 178 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 350 ຄົນ, ຢືດຂອງກາງຢາບ້າ 160.325 ເມັດ, ຢາໄອສ໌ 649 ກິໂລກຼາມ, ກັນຊາແຫ້ງ 1.176 ກິໂລກຼາມ, ປືນ 2  ກະບອກ.
  • ມີອຸບັດຕິເຫດເກີດຂຶ້ນ 132 ຄັ້ງ, ພາຫະນະເປ່ເພທັງໝົດ 223 ຄັນ, ຄົນໄດ້ຮັບບາດເຈັບ 214 ຄົນ ແລະ ເສຍຊີ ວິດ 22 ຄົນ.

ສຳລັບທິດທາງແຜນການໃນຕໍ່ໜ້າ, ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ ຍັງຈະໄດ້ສືບຕໍ່ຈັດຕັ້ງປະຕິບັດຄາດໝາຍທິດທາງ ແລະ ແຜນການວຽກງານຈຸດສຸມ ປີ 2020 ໂດຍສະເພາະ ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດເນື້ອໃນ 4 ຄາດໝາຍ, 4 ແຜນງານ, 41 ໂຄງການ ທີ່ກະຊວງປ້ອງກັນຄວາມສະຫງົບວາງອອກ ໃຫ້ປະກົດຜົນເປັນຈິງ, ສືບຕໍ່ແກ້ໄຂ ແລະ ຕ້ານສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນຢູ່ໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ໃນຕອນທ້າຍກອງປະຊຸມ, ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ ໄດ້ເນັ້ນໃຫ້ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຈົ່ງສືບຕໍ່ສູ້ຊົນຊີ້ນຳບັນຊານຳພາ ພ້ອມທັງເຮັດວຽກງານສຶກສາອົບຮົມແນວຄິດ ໃຫ້ພະນັກງານ-ນັກຮົບ ຢ່າງເປັນປົກກະຕິ, ສືບຕໍ່ຮັກສາຄວາມສະຫງົບ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ໂດຍສະເພາະ ພາຍໃນແຂວງຄຳມ່ວນ ໃຫ້ມີຄວາມສະຫງົບໂດຍພື້ນຖານ.