ປກສ ແວງວຽງຈັນ ສັບຊ້ອນກຳລັງໃໝ່
ປກສ ແວງວຽງຈັນ ສັບຊ້ອນກຳລັງໃໝ່

ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ປະກາດ ສັບຊ້ອນກຳລັງໃໝ່ ໃຫ້ບັນດາຫ້ອງ, ພະແນກອ້ອມຂ້າງ ປກສ ແຂວງ ໃນວັນທີ 13 ມີນາ 2020, ເປັນປະທານໂດຍ ພັທ ຄຳແຝງ ສີມູນ ຫົວ
ໜ້າຫ້ອງການເມືອງ ປກສ ແຂວງ, ມີພະແນກກ່ຽວຂ້ອງ, ພ້ອມດ້ວຍກຳລັງວິຊາສະເພາະ ແລະ ກຳລັງໃໝ່ ເຂົ້າຮ່ວມ.

ປກສ ແວງວຽງຈັນ ສັບຊ້ອນກຳລັງໃໝ່
ປກສ ແວງວຽງຈັນ ສັບຊ້ອນກຳລັງໃໝ່

ພັຕ ເພັງ ໄຊຍະແສງ ຫົວໜ້າພະແນກຈັດຕັ້ງຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາ ປກສ ແຂວງວຽງຈັນ ວ່າດ້ວຍການສັບຊ້ອນຮັບກຳລັງໃໝ່ວິຊາສະເພາະ ແລະ ກຳ ລັງໃໝ່; ໃຫ້ກອງບັນຊາການ ປກສ ແຂວງ, ບັນດາຫ້ອງ ແລະ ກອງບັນຊາ ການ ປກສ ເມືອງ ທົ່ວແຂວງວຽງຈັນ ປະຈໍາປີ 2020; ເພື່ອເປັນການປັບປຸງກຳລັງປ້ອງກັນຄວາມສະຫງົບໃຫ້ໜັກ ແໜ້ນເຂັ້ມແຂງ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເວົ້າລວມ, ເວົ້າສະເພາະແມ່ນກຳລັງປ້ອງກັນຄວາມສະຫງົບແຂວງວຽງຈັນ. ໃນນີ້, ມີກຳລັງໃໝ່ວິຊາສະເພາະ ຈຳນວນ 11 ສະຫາຍ ຍິງ 3 ສະຫາຍ, ກໍາລັງໃໝ່ ຈຳນວນ 36 ສະ
ຫາຍ ຍິງ 2 ສະຫາຍ; ເຊິ່ງໄດ້ສັບຊ້ອນໃຫ້ຫ້ອງການເມືອງ ຈຳນວນ 1 ສະຫາຍ, ຫ້ອງພະລາທິການ ຈຳນວນ 1 ສະຫາຍ ຍິງ 1 ສະຫາຍ, ຫ້ອງການກອງບັນຊາການ ຈຳນວນ 2 ສະຫາຍ, ຫ້ອງສັນຕິບານ ຈຳນວນ 3 ສະຫາຍ ຍິງ 2 ສະຫາຍ, ຄ້າຍຄຸມຂັງ-ດັດສ້າງ ຈຳນວນ 2 ສະຫາຍ ຍິງ 1 ສະຫາຍ, ປກສ ເມືອງວຽງຄຳ 5 ສະຫາຍ, ປກສ ເມືອງວັງວຽງ ຈຳນວນ 3 ສະຫາຍ, ປກສ ເມືອງໂພນໂຮງ 3 ສະຫາຍ, ປກສ ເມືອງທຸລະຄົມ 2 ສະຫາຍ, ປກສ ເມືອງເຟືອງ 7 ສະຫາຍ, ປກສ ເມືອງກາສີ 7 ສະຫາຍ, ປກສ ເມືອງໝື່ນ 2 ສະຫາຍ, ປກສ ເມືອງແມດ 5 ສະຫາຍ, ປກສ ເມືອງຊະນະຄາມ 4 ສະຫາຍ, ຍິງ 1 ສະຫາຍ.