ແນະນໍາການປ້ອງກັນໂຄວິດ 19 ຢ່າງຖືກວິທີ

0
968

ທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດກ່າວວ່າ:

I. ສະພາບການ COVID-19 ໃນທົ່ວໂລກ

ມາຮອດເວລາ 11:00 ໂມງເຊົ້າ ຂອງວັນທີ 3 ເມສາ 2020, ທົ່ວໂລກມີລາຍງານກໍລະນີທັງໝົດ 204 ປະເທດ, ເພີ້ມຂື້ນອີກ 1 ປະເທດ ຄື ປະເທດ ມາລາວີກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແລ້ວ 1,014,943 ກໍລະນີ (ເພີ່ມຂື້ນ 79,747 ກໍລະນີ, ເສຍຊິວິດ 53,166 (ເພີ່ມຂື້ນ 5,947 ກໍລະນີ) ແລະ ປີ່ນປົວຫາຍດີ 212,018 (ເພີ່ມຂື້ນ 18,029).

II. ການເຝົ້າລະວັງ COVID-19 ປະຈຳດ່ານ ໃນ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 2 ເມສາ 2020 ຕາມດ່ານຊາຍແດນ ແລະ ສະໜາມບິນສາກົນ

  1. ວຽກງານຈຸດຜ່ານດ່ານ
  • ຈໍານວນຜູ້ເດີນທາງເຂົ້າມາທັງໝົດ:  4,230 ຄົນ
  • ຈໍານວນຜູ້ເດີນທາງຜ່ານສະໜາມບິນບໍ່ມີ (0 ຄົນ)
  • ຈໍານວນຜູ້ເດີນມທາງຜ່ານທາງດ່ານລາວ-ໄທທັງໝົດ 3,896 ຄົນ, ໃນຈຳນວນດັ່ງກ່າວມີຄົນເປັນໄຂ້ 06 ຄົນ ທີ່ຜ່ານດ່ານຊ່ອງເມັກ ແຂວງຈໍາປາສັກ.

ທັງໝົດໄດ້ເກັບຕົວຢ່າງ ແລະ ຜົນກວດເປັນລົບ ຖືວ່າມື້ນີ້ບໍ່ມີກໍລະນີໃໝ່. ມາຮອດວັນທີ 2 ເມສາ 2020ໄດ້ເກັບຕົວຢ່າງມາກວດທັງໝົດ 520 ຄົນ, ກວດພົບເຊື້ອ 10 ຄົນ.ປະຈຸບັນຈຳນວນກໍລະນີໃກ້ຊິດສຳພັດກັບຄົນເຈັບ ທີ່ກຳລັງຕິດຕາມມີ 216 ຄົນຢູ່ໃນແຂວງອຸດົມໄຊ, ຫຼວງພະບາງ ແລະ ນະຄອນຫຼວງ.

ຂໍ້ແນະນຳ

ປະຈຸບັນທິມງານແພດຂອງລາວເຮົາກໍໄດ້ເຮັດວຽກຮ່ວມກັບຊ່ຽວຊານມາແຕ່ຈີນຢ່າງເຄັ່ງຮ້ອນ ໂດຍສະເພາະ ໃນຂົງເຂດຄວບຄຸມການລະບາດ ແລະ ການຄຸ້ມຄອງກໍລະນີປິ່ນປົວຜູ້ຕິດເຊື້ອ ເປັນຕົ້ນ ມາດຕະການຈຳກັດບໍລິເວນ ແລະ ການປິ່ນປົວຄົນເຈັບຜູ້ຕິດເຊື້ອ.

ເລີ່ມແຕ່ວັນທີ່ 1 ເມສາເປັນຕົ້ມາຄຳສັ່ງນາຍົກ ເລກທີ 06 ມີຜົນສັກສິດໃຫ້ຈັດຕັ້ງປະຕິບັດ ຈຶ່ງຢາກຂໍແນະນຳຕໍ່ ພະນັກງານລັດຖະກອນ ຜູ້ທີ່ພັກວຽກ, ພັກການ ແລະ ປະຊາຊົນທົ່ວໄປ ທີ່ຈະຈຳກັດໂຕເອງຢູ່ເຮືອນ ດ້ວຍວິທີການທີ່ເໝາະສົມດັ່ງນີ້

  1. ໝັ່ນລ້າງມືໃຫ້ສະອາດທຸກຄັ້ງເມື່ອມີການສຳພັດກັບວັດຖຸສິ່ງຂອງຢູ່ພາຍໃນເຮືອນ,
    ລ້າງມືໃຫ້ ຖືກວິທີ 7 ຂັ້ນຕອນ.
  2. ເຮັດໃຫ້ອາກາດໃນເຮືອນລ່ວງດີ ເປີດປະຕູປ່ອງຢ້ຽມອອກເພື່ອລະບາຍອາກາດ.
  3. ໝັ່ນອະນາໄມ ຂ້າເຊື້ອ ໂດຍການທຳຄວາມສະອາດໂຕະຕັ່ງ ສິ່ງຂອງໃນເຮືອນ ໃຫ້ປະຈຳທຸກໆມື້.
  4. ປະຕິບັດມາລະຍາດໃນການໄປຈາມ, ໄອໃສ່ກົກແຂນ ຫຼື ໃຊ້ເຈັ້ຍອະນາໄມ ແລະ
    ຖີ້ມໃສ່ຖັງທີ່ມີຝາປິດ.
  5. ພັກຜ່ອນໃຫ້ພຽງພໍ, ອອກກຳລັງກາຍຢູ່ໃນເຮືອນໃຫ້ສະມ່ຳສະເໝີ ກິນອາຫານສະອາດສຸກດີ ແລະ ຢູ່ໃນຄວາມຮ້ອນ, ນອນໃຫ້ຫຼັບສະບາຍ.
  6. ປະຕິບັດການຕິດຕາມວັດແທກອຸນຫະພູມຂອງຕົນ ແລະ ຄົນພາຍໃນຄອບຄົວໃຫ້ເປັນ ປະຈຳໃນແຕ່ລະວັນ ເຊົ້າ-ແລງ ຖ້າມີໄຂ້ຕ້ອງໄປພົບແພດໝໍ ແລະ ໂທປຶກສາ 165, 166.
  7. ປະຕິບັດການປ້ອງກັນຄົນໃນຄອບຄົວໃຫ້ດີ.
  • ອອກໄປຂ້ອງນອກຕ້ອງໃສ່ຜ້າອັດປາກ, ດັງ
  • ປະຕິບັດຫຼັກການອະນາໄມ ການໄອຈາມ ບໍ່ຖົ່ມນ້ຳລາຍ ຂີ້ກະເທີ່ຊະຊາຍ
  • ຖ້າຄົນໃນຄອບຄົວເປັນພະນັກງານແພດ ຈະຕ້ອງເຕືອນໃຫ້ລາວມີສະຕິໃນການ ປ້ອງກັນຕົນເອງຢ່າງເຄັ່ງຄັດ

ຕໍ່ການອອກຈາກເຮືອນຄວນປະຕິບັດແນວໃດ?

ຂໍໃຫ້ຈຳກັດຄົນໃນຄອບຄົວທີ່ຈະອອກໄປນອກ ໄປສະເພາະແຕ່ສິ່ງທີ່ຈຳເປັນ ເປັນຕົ້ນຊື້ເຄື່ອງ ອຸປະໂພກ ບໍລິໂພກ 1 ຫາ 2 ຕໍ່ອາທິດ ຫຼື ການເຈັບເປັນ ແລະ ສິ່ງອື່ນໆທີ່ມີຄວາມຈຳເປັນແທ້, ເວລອອກໄປກໍ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດເຊັ່ນ ໃສ່ຜ້າອັດປາກດັງ ຢູ່ຫ່າງກັນ 2 ແມັດ, ໝັ່ນລ້າງມື ແລະ ຂ້າເຊື້ອດ້ວຍນ້ຳຢາ ຫຼື ເຫຼົ້າ 70 ອົງສາຂື້ນໄປ.