2 ບໍລິສັດ ມອບເງິນໃຫ້ໜ່ວຍສະເພາະກິດການຕ້ານໂຄວິດ-19

0
1296

ບໍລິສັດ ສົມວັນ ຈະເລີນກໍ່ສ້າງຂົວທາງ ແລະ ບໍລິສິດ ແກ້ວຈະເລີນກໍ່ສ້າງຂົວທາງ  ໄດ້ມອບເງິນພາກສ່ວນລະ 5 ລ້ານກີບ ລວມມູນຄ່າ 10 ລ້ານກີບ ໃຫ້ໜ່ວຍສະເພາະກິດການຕ້ານໂຄວິດ-19 ກົມໃຫຍ່ການເມືອງ ປກສ ກະຊວງ ປກສ ໃນວັນທີ 3 ເມສາ 2020 ເພື່ອເປັນການປະກອບສ່ວນ ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ.

 ຕາງໜ້າມອບໂດຍ ທ່ານ ສົມສີ ແສນຄຳ ຜູ້ອຳນວຍການບໍລິສັດ ແກ້ວຈະເລີນກໍ່ສ້າງຂົວທາງ ແລະ ຕາງໜ້າຮັບໂດຍ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ທັງເປັນຫົວໜ້າຄະນະສະເພາະກິດການຕ້ານໂຄວິດ-19 ກົມໃຫຍ່ການເມືອງ,

 ພົຈວ ຄຳສາຍ ຈັນທະວົງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ສອງບໍລິສັດ, ທີ່ເຫັນໄດ້ຄວາມສໍາຄັນຂອງວຽກດັ່ງກ່າວ, ພ້ອມທັງອວຍພອນໃຫ້ ທັງສອງບໍລິສັດ ຈົ່ງ ປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ມີຄວາມຈະເລີນກ້າວໜ້າໃນການດຳເນີນທຸລະກິດດີຂຶ້ນໄປເລື້ອຍໆ.