ໃນຕອນເຊົ້າວັນທີ 4 ເມສາ 2020 ທີ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫລືອອຸປະກອນການແພດ ຈາກລັດຖະບານ ແລະ ປະຊາຊົນຫວຽດນາມ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ຢູ່ພາຍໃນປະເທດ ລວມມູນຄ່າ 3 ແສນໂດລາສະຫະລັດ

ເຄື່ອງຊ່ວຍເຫຼືອຄັ້ງນີ້ປະກອບມີ: ຜ້າປິດປາກ 3 ຊັ້ນ ຈຳນວນ 200 ແກັດ ເທົ່າກັບ 200.000 ອັນ,  ຊຸດກັ້ນພະຍາດ ຈຳນວນ 20 ແກັດ ເທົ່າກັບ 1.000 ຊຸດ, ຜ້າປິດປາກ-ດັງ ຈຳນວນ 130.200 ອັນ, ຈັກ Real-Time PCR ຈຳນວນ 1 ເຄື່ອງ, ຈັກ Centrifuge ຈໍານວນ 1 ເຄື່ອງ, ຈັກ Vortex ຈໍານວນ 1 ເຄື່ອງ ແລະ ອຸປະກອບການແພດອີກຈຳນວນໜື່ງ ລວມມູນຄ່າ 3 ແສນໂດລາສະຫະລັດ.

ເຊິ່ງໃຫ້ກຽດຕາງໜ້າມອບໂດຍ ທ່ານ ຫງວຽນ ບ່າຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈຳລາວ ແລະ ຕາງໜ້າລັດຖະບານລາວກ່າວຮັບໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລື ໂຄວິດ-19. ໂອກາດນີ້, ທ່ານ ສົມດີ ດວງດີ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ມອບອຸປະກອນການແພດທີ່ຈຳເປັນໃນຄັ້ງນີ້ ເພື່ອມາຊ່ວຍ ສປປ ລາວ ໃນການປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ຢ່າງທັນການ.