ໃນວັນທີ 22 ເມສາ 2020, ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ຍັງສືບຕໍ່ປະຕິບັດຄຳສັ່ງ ເລກທີ 06 ຂອງນາຍົກລັດຖະມົນຕີ  ພ້ອມທັງເຂັ້ມງວດທຸກມາດຕະການ ໃນການກວດກາການສັນຈອນ, ການເດີນທາງ, ການຊຸມແຊວເປັນກຸ່ມກ້ອນ, ຮ້ານບັນເທິງ ແລະ ການເດີນທາງ ອອກຈາກບ້ານເຮືອນ.

ເພື່ອປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດ ໂຄວິດ-19 ປກສ ນະຄອນໄກສອນພົມວິຫານ ຍັງສືບຕໍ່ຕັ້ງຈຸດກວດກາຢູ່ຕາມບັນດາເສັ້ນທາງເຂົ້າ-ອອກ ບ້ານຕໍ່ບ້ານ, ເມືອງຕໍ່ເມືອງ ແລະ ແຂວງຕໍ່ແຂວງ ແລະ ສຸມໃສ່ແນະແນະນຳໃຫ້ ປກສ ກຸ່ມບ້ານ, ນາຍບ້ານ ສືບຕໍປະຈຳການ, ອອກກວດກາຕິດ ຕາມໃນຍາມຄໍ່າຄືນ ເພື່ອເຮັດທຸກວິທີທາງໃນການປ້ອງກັນ,ເຝົ້າລະວັງ ສະກັດກັ້ນການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ບໍ່ໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນ ພ້ອມທັງສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ຍັງເກີດ ຂຶ້ນຢູ່ໃນສັງຄົມ ໃຫ້ມີຄວາມສະຫງົບ ແລະ ຄວາມປອດໄພ 100%.

ປກສ ນະຄອນໄກສອນພົມວິຫານ ຍັງໄດ້ສືບຕໍ່ຕັ້ງຈຸດກວດກາເຮັດໜ້າທີ່ຢູ່ພາຍໃນເທດສະບານນະຄອນໄກ ສອນພົມວິຫານ ລວມມີ 3 ຈຸດ ຄື: ຈຸດກວດກາຖະໜົນພໍ່ກະດວດ, ຈຸດກວດກາຖະໜົນລາດຊະວົງເສິກ ແລະ ຈຸດກວດກາຖະໜົນສີສະຫວ່າງວົງ ເພື່ອກວດກາການເຂົ້າ-ອອກຂອງປະຊາຊົນ ພ້ອມທັງ ເຮັດໜ້າທີ່ໂຄສະນາປະຊາສຳພັນ ກ່ຽວກັບລະບຽບການ ແລະ ຂໍ້ຫ້າມຕ່າງໆ ຫຼື ແຈ້ງການໃຫ້ປະຊາຊົນ ຮັບຮູ້ ແລະ ເຂົ້າໃຈ ພ້ອມ ກັນນຳໄປຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ທັງນີ້ກໍເພື່ອເປັນການປ້ອງກັນອຸປະຕິເຫດລວມໄປເຖິ່ງການປ້ອງກັນເພື່ອບໍ່ໃຫ້ມີການລະບາດຂອງພະຍາດໂຄວິດ-19.ໃນໂອກາດດຽວກັນນີ້; ຫຼາຍພາກສ່ວນຍັງນຳເອົາຜ້າປິດປາກ ແລະ ເຄື່ອງອຸປະໂພກ, ບໍລິໂພກຈຳນວນໜຶ່ງລົງຊຸກຍູ້ໃຫ້ແຕ່ລະຈຸດກວດກາດັ່ງກ່າວ.