ວັນທີ 27 ເມສາ 2020, ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ (IHC) ໄດ້ນຳເອົາອຸປະກອນການແພດ ແລະ ເງີນ ມາມອບໃຫ້ກອງບັນຊາການ ປກສ ແຂວງວຽງຈັນ ເພຶ່ອຕ້ານພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19.

ຮອງປະທານບໍລິສັດ IHC ຕາງໜ້າມອບອຸປະກອນ ແລະ ເງິນ ໃຫ້ ປກສ ແຂວງວຽງຈັນ
ຮອງປະທານບໍລິສັດ IHC ຕາງໜ້າມອບອຸປະກອນ ແລະ ເງິນ ໃຫ້ ປກສ ແຂວງວຽງຈັນ

ເຄື່ອງທີ່ນຳມາມອບໃນຄັ້ງນີ້ມີ: ຜ້າອັດປາກ-ອັດດັງ ຈຳນວນ 5.000 ອັນ ມູນຄ່າ 10.000.000 ກີບ ແລະ ເງີນສົດ ຈຳນວນ 20.000.000 ກີບ ລວມມູນຄ່າທັງໝົດ 30.000.000 ກີບ; ພິທີມອບ-ຮັບເຄື່ອງດັ່ງກ່າວໄດ້ຈັດຂຶ້ນທີ່ສະໂມສອນກອງບັນຊາການ ປກສ ແຂວງ, ໂດຍມີຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງ, ບັນດາຫ້ອງ ແລະ ຕາງໜ້າບໍລິສັດ IHC ເຂົ້າຮ່ວມ.

ໃຫ້ກຽດມອບໂດຍ ທ່ານ ຕູ່ ເວີ່ນ ລ້ຽງ ຮອງປະທານບໍລິສັດ IHC ພ້ອມຄະນະ ແລະ ຕາງໜ້າຮັບໂດຍທ່ານ ພົຈວ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມຄະນະ; ໂອກາດນີ້, ທ່ານຫົວໜ້າກອງບັນຊາການ ປກສ ແຂວງ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ບໍລິສັດດັ່ງກ່າວ ທີ່ເຫັນໄດ້ຄວາມສຳຄັນໃນການປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວ.