ເຈົ້າແຂວງໄຊຍະບູລີ ຊຸກຍູ້ ການປູກຝັງ-ລ້ຽງສັດຢູ່ທ້ອງຖິ່ນ
ເຈົ້າແຂວງໄຊຍະບູລີ ຊຸກຍູ້ການປູກຝັງ-ລ້ຽງສັດຢູ່ທ້ອງຖິ່ນ

ໃນລະຫວ່າງວັນທີ 28-29 ເມສາ 2020, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງ ຊຸກຍູ້ ຂະບວນການປູກ-ການລ້ຽງຂອງປະຊາຊົນເຂດບ້ານຫ້ວຍເລິກ-ວັງປາ ເມືອງແກ່ນທ້າວ ແລະ ເຂດບ້ານບໍ່ສານ-ຕົ້ນຕານ ເມືອງບໍ່ແຕນ ແຂວງໄຊຍະບູລີ.

ເຊິ່ງການເກັບກູ້ຜົນຜະລິດພືດລະດູແລ້ງແມ່ນສໍາເລັດເກືອບ 100%, ໂດຍພືດທີ່ປະຊາຊົນປູນສ່ວຍໃຫຍ່ແມ່ນ: ເຂົ້ານາແຊງ, ສາລີຫວານ, ຖົ່ວດິນ, ໝາກແຕງ, ໝາກເຜັດ-ໝາກເຂືອ ແລະ ພືດຜັກຕ່າງໆ; ນອກນີ້, ປະຊາຊົນຍັງໄດ້ລ້ຽງສັດປະເພດ, ໝູ, ປາ, ເປັດ-ໄກ່ ແລະ ກົບ ເພື່ອຈໍາໜ່າຍໃຫ້ປະຊາຊົນໃນຊ່ວງວິກິດໂຄວິດ-19, ສາມາດເວົ້າໄດ້ວ່າປະຊາຊົນໃນຂົງເຂດບ້ານດັ່ງກ່າວແມ່ນສາມາດກຸ້ມຕົນເອງ, ມີເຂົ້າ, ປາ-ອາຫານໄວ້ບໍລິໂພກຢ່າງພຽງພໍ. ສ່ວນການກະກຽມສູ່ການຜະລິດລະດູປີໆນີ້, ປະຊາຊົນແມ່ນໄດ້ກະກຽມດິນສໍາເລັດ 100%, ໄດ້ລົງມືປູກພືດສະບຽງອາຫານສໍາເລັດຈໍານວນໜຶ່ງ ເຊັ່ນ: ເຂົ້ານາປີ ແມ່ນຕົກກ້າສໍາເລັດ 50-60%, ສາລີຫວານ, ໝາກຖົ່ວດິນ, ພືດຜັກ ແລະ ອື່ນໆ, ພືດເປັນສິນຄ້າແມ່ນປູກສໍາເລັດເກືອບ 100% ສ່ວນຫຼາຍປະຊາຊົນແມ່ນປູກມັນຕົ້ນ, ສາລີຫົວອາຫານສັດ, ໝາກງາ ແລະອື່ນໆ.

ເຈົ້າແຂວງໄຊຍະບູລີ ຊຸກຍູ້ການປູກຝັງ-ລ້ຽງສັດຢູ່ທ້ອງຖິ່ນ
ເຈົ້າແຂວງໄຊຍະບູລີ ຊຸກຍູ້ ການປູກຝັງ-ລ້ຽງສັດຢູ່ທ້ອງຖິ່ນ

ນອກນີ້, ປະຊາຊົນຍັງໄດ້ຫັນຈາກການປູກຫຍ້າລ້ຽງສັດໃຫຍ່ປະເພດງົວ-ຄວາຍແບບເປັນເດີ່ນ, ເປັນທົ່ງມາເປັນການປູກຫຍ້າລ້ຽງແບບທອມເອົາ, ສໍາລັບການຕ້ານ ແລະ ສະກັດກັ້ນພະຍາດ ໂຄວິດ-19 ແຕ່ລະບ້ານແມ່ນໄດ້ປະຕິບັດຕາມຄໍາສັ່ງ ເລກທີ 06/ນຍ ຢ່າງເຂັ້ມງວດ.