ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ກ່າວໃນວັນທີ 28 ເມສາ 2020 ວ່າ: ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ແຂວງ ໄດ້ ສຸມໃສ່ ປ້ອງກັນໂຄວິດ-19 ດ້ວຍການກຳນົດແບບແຜນເຝົ້າລະວັງ ແລະ ສະກັດກັ້ນຕ້ານເຊື້ອພະຍາດດັ່ງກ່າວ.

ຫົວໜ້າ ປກສ ແຂວງສະຫວັນນະເຂດ ອະທິບາຍການ ສຸມໃສ່ ປ້ອງກັນ ແລະ ຕ້ານໂຄວິດ-19 ໂດຍການກຳນົດແບບແຜນເຝົ້າລະວັງ
ຫົວໜ້າ ປກສ ແຂວງສະຫວັນນະເຂດ ອະທິບາຍການ ສຸມໃສ່ ປ້ອງກັນ ແລະ ຕ້ານໂຄວິດ-19 ໂດຍການກຳນົດແບບແຜນເຝົ້າລະວັງ

ການຈັດຕັ້ງປະຕິບັດຕາມກຳລັງພວກເຮົາໄດ້ແບງເປັນ 3 ຈຸຄື: ຈັດຕັ້ງຄະນະປະຈຳການຂອງ ປກສ ແຂວງ, ແຕ່ງຕັ້ງຈຸປະສານສົມທົບກັບໄອຍະການ ແລະ ລົງບັນດາເມືອງ ເພື່ອໃຫ້ບັນດາເມືອງກ້ຽມພ້ອມໃນການຈັດຕັ້ງປະຕິບັດ ແລະ ແຕ່ງຕັ້ງຈຸຮັບຜິດຊອບໃນການຈັດວາງລະບຽບການຕ່າງໆ, ໂດຍສະເພາະແມ່ນການຈັດຕັ້ງປ້ອງກັນເວນຍາມ ແລະ ປະສານສົມທົບກັບສາທາ, ໄອຍະການ ໃນການກວດກາຕິດຕາມສະພາບການຢ່າງເປັນລະບົບ.