ໃນລະຫ່ວາງວັນທີ 29-30 ເມສານີ້, ຄະນະສະເພາະກິດ, ພະແນກອຸດສາຫະກຳການຄ້າ ສົມທົບກັບ ພະແນກສາທາລະນະສຸກ ແຂວງ ອຸດົມໄຊ ໄດ້ລົງກວດກາການຊື້-ຂາຍສິນຄ້າ ແລະ ໃຫ້ຄວາມຮູ້ກ່ຽວກັບການປ້ອງກັນເຊື້ອພະຍາດອັກເສບປອດສາຍພັນໃໝ່ ຫຼື ໂຄວິດ-19 ຢູ່ບັນດາຕະຫຼາດພາຍໃນເທດສະບານແຂວງອຸດົມໄຊ ເພື່ອຮັບປະກັນບໍ່ໃຫ້ມີຜູ້ສວຍໂອກາດຂຶ້ນລາຄາສິນຄ້າໃນໄລຍະພະຍາດດັ່ງກ່າວກຳລັງລະບາດ.

ການຈັດຕັ້ງແຂວງ ອຸດົມໄຊ ເຂັ້ມງວດບໍ່ໃຫ້ຂຶ້ນລາຄາສິນຄ້າ ໃນໄລຍະລະບາດຂອງໂຄວິດ-19
ການຈັດຕັ້ງແຂວງ ອຸດົມໄຊ ເຂັ້ມງວດບໍ່ໃຫ້ຂຶ້ນລາຄາສິນຄ້າ ໃນໄລຍະລະບາດຂອງໂຄວິດ-19

ການລົງກວດກາໃນຄັ້ງນີ້, ຄະນະສະເພາະກິດໄດ້ນຳເອົາເອກະສານບັນດາເອກະສານຕ່າງໆໂດຍສະເພາະເອກະສານຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມການແພ່ລະບາດ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານໂຄວິດ-19, ເອກະສານກ່ຽວກັບການອະນຸຍາດໃຫ້ສືບຕໍ່ດຳເນີນກິດຈະການຂອງຮ້ານຂາຍຍົກ-ຂາຍຍ່ອຍ ທີ່ຂາຍສິນຄ້າປະເພດສະບຽງອາຫານ ແລະ ເຄື່ອງອຸປະໂພກ-ບໍລິໂພກ ແລະ ເອກະສານການຄຸ້ມຄອງຕະຫຼາດ, ລາຄາສິນຄ້າ ແລະ ຄ່າບໍລິການ ໃນໄລຍະຮັບມືກັບວິກິດການລະບາດຂອງພະຍາດໂຄວິດ ໄປເຜີຍແຜ່ໃຫ້ພໍ່ຄ້າ-ແມ່ຄ້າຢູ່ພາຍໃນຕະຫຼາດໄດ້ຮັບຮູ້ຢ່າງທົ່ວເຖິງ.