ຄະນະສະເພາະກິດ ໂຄສະນາຂັ້ນແຂວງອຸດົມໄຊ ຊຸກຍູ້ວຽກງານປ້ອງກັນໂຄວິດ-19 ຢູ່ ເມືອງງາ
ຄະນະສະເພາະກິດ ໂຄສະນາຂັ້ນແຂວງອຸດົມໄຊ ຊຸກຍູ້ວຽກງານປ້ອງກັນໂຄວິດ-19 ຢູ່ ເມືອງງາ

ວັນທີ 29 ເມສານີ້, ຄະນະສະເພາະກິດ ໂຄສະນາຂັ້ນແຂວງ ນຳໂດຍ ທ່ານ ໄຊພອນ ຖົມປະດິດ ປະທານສະຫະພັນກຳມະບານແຂວງອຸດົມໄຊ ຄະນະສະເພາະກິດ ອະນຸກຳມະການໂຄສະນາ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດ ຄວບຄຸມ, ປ້ອງກັນ, ການແພ່ລະບາດພະຍາດໂຄວິດ 19 ຢູ່ ເມືອງງາ.

ນັບແຕ່ທ້າຍເດືອນມີນາ ຫາ ທ້າຍເດືອນເມສາ 2020 ທົ່ວເມືອງ ມີສະຖານທີ່ຈຳກັດບໍລິເວນ 51 ຈຸດ, ມີຄົນເຂົ້າຈຳກັດບໍລິເວນຈຳນວນ 717 ຄົນ ຍິງ 348 ຄົນ; ມີຜູ້ຈຳກັດບໍລິເວນຄົບກຳນົດ 14 ວັນອອກສູນແລ້ວ 656 ຄົນ ຍິງ 318 ຄົນ; ມາຮອດປັດຈຸບັນຍັງເຫຼືອແຕ່ 11 ຈຸດມີ 61 ຄົນ ຍິງ 30 ຄົນ; ຜ່ານການເຝົ້າລະວັງ, ຕິດຕາມການລະບາດໃນທົ່ວເມືອງຕະຫຼອດ ໄລຍະຜ່ານມາ ພົບກໍລະນີສົງໄສພະຍາດໂຄວິດ 19 ຈຳນວນ 1 ຄົນ ເຊິ່ງໄດ້ເກັບຕົວຢ່າງສົ່ງໄປກວດ ຜົນກວດແມ່ນເປັນລົບ ໝາຍຄວາມວ່າ ຍັງບໍ່ພົບກໍລະນີຕິດເຊື້ອໂຄວິດ19.