ທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ
ທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ

ໃນວັນທີ 8 ພຶດສະພາ 2020, ທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ໄດ້ລົງພົບປະໂອ້ລົມ ແລະ ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ ຢູ່ທີ່ຫ້ອງການພະນັກງານກໍ່ສ້າງຮາກຖານການເມືອງ ປະຈໍາບ້ານຈອມຈຸກ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ; ມີທ່ານ ຄໍາແປງ ໃຈຍະສັກ ເຈົ້າເມືອງຫ້ວຍຊາຍ, ພັອ ປທ ອິນສົມ ທໍາລະສິນ ຫົວໜ້າກອງບັນຊາການ ປກສ ແຂວງ, ພະນັກງານກໍ່ສ້າງຮາກຖານ ປະຈໍາບ້ານຈອມຈຸກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມສັກ ວຽງວິໄລ ຄະນະທີມງານກໍ່ສ້າງຮາກຖານການເມືອງ ປະຈໍາ ບ້ານຈອມຈຸກ ໄດ້ຜ່ານບົດລາຍງານຫຍໍ້ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ; ການແກ້ໄຂປະກົດການຫຍໍ້ທໍ້ ຕິດພັນກັບວຽກງານສາມສ້າງ ປະຈໍາປີ 2019 ແລະ ທິດທາງແຜນການ ປີ 2020 ໃຫ້ຮູ້ວ່າ: ບ້ານຈອມຈຸກປະກອບມີ 3 ຄຸ້ມ, 23 ໜ່ວຍ, 377 ຫຼັງຄາເຮືອນ, 325 ຄອບຄົວ; ມີພົນລະເມືອງທັງໝົດ 2.708 ຄົນ ຍິງ 1.361 ຄົນ, ອາຍຸ 15 ປີຂຶ້ນໄປ ມີ 1.526 ຄົນ ຍິງ 792 ຄົນ.

ຜ່ານມາ, ໄດ້ປັບປຸງ-ແກ້ໄຂປຶ້ມສຳມະໂນຄົວໃຫ້ປະຊາຊົນພາຍໃນ ບ້ານຈອມຈຸກ ໄດ້ທັງໝົດ 123 ຫົວ ມີຈໍານວນພົນ 1.403 ຄົນ ຍິງ 727 ຄົນ, ອາຍຸ 15 ປີຂຶ້ນໄປ ມີ 787 ຄົນ ຍິງ 409 ຄົນ, ເກີດໃໝ່ 157 ຄົນ ຍິງ 51 ຄົນ;  ປະກອບມີ 2 ຊົນເຜົ່າ ຄື: ຊົນເຜົ່າມົ້ງ ແລະ ຊົນເຜົ່າກຶມມຸ, ປະຊາຊົນສ່ວນໃຫຍ່ມີອາຊີບປູກຝັງ-ລ້ຽງສັດເປັນຕົ້ນຕໍ. ສຳລັບວຽກງານແກ້ໄຂປະກົດການຫຍໍ້ທໍ້ ແມ່ນໄດ້ລົງກວດກາ-ເກັບກໍາອາວຸດເສິກ-ອາວຸດລ່າເນື້ອໄດ້ 17 ກະບອກ; ໃນນີ້, ມີປືນ CKC ຈໍານວນ 2 ກະບອກ, ປືນເບີ 2 ກະບອກ ແລະ ປືນແກັບ 13 ກະບອກ, ໄດ້ປຸກລະດົມປະຊາຊົນນໍາເອົາອາວຸດປືນແກັບມາມອບໃຫ້ເຈົ້າໜ້າທີ່ ຈໍານວນ 28 ກະບອກ, ປືນເຫຼົາ 90 ຈໍານວນ 1 ກະບອກ ແລະ ຢຶດໄດ້ປືນແກັບ 5 ກະບອກ, ແກ້ໄຂເປົ້າໝາຍລັກຊັບພົນລະເມືອງ-ອາລະວາດຕີກັນ ຈໍານວນ 7 ເລື່ອງ, ຜູ້ຖືກຫາ 12 ຄົນ; ຂຶ້ນບັນຊີເປົ້າໝາຍສົງໄສຄ້າຂາຍຢາເສບຕິດ 100 ຄົນ ຍິງ 21 ຄົນ; ເປົ້າໝາຍເສບຢາເສບຕິດ 16 ຄົນ ຍິງ 2 ຄົນ, ແກ້ໄຂແລ້ວ 2 ເລື່ອງ, ມ້າງຈຸດມົ້ວສຸມເສບຢາ 10 ຈຸດ, ແກ້ໄຂແລ້ວ 7 ຈຸດ; ມ້າງຄະດີຄ້າຂາຍ-ເສບຢາເສບຕິດ ຈໍານວນ 15 ເລື່ອງ, ຜູ້ຖືກຫາ 24 ຄົນ ຍິງ 5 ຄົນ; ຢຶດຂອງກາງ ຢາບ້າ 845 ເມັດ, ຢາໄອສ໌ 2 ຫຼອດນ້ອຍ, ເງິນກີບ 3.932.500 ກີບ, ເງິນບາດ 630 ບາດ, ລົດຈັກ 5 ຄັນ, ໂທລະສັບມືຖື ຈໍານວນ 8 ເຄື່ອງ, ປືນແກັບ 3 ກະບອກ ແລະ ປືນສັ້ນດັດແປງ 1 ກະບອກ, ເກັບກໍາ ແລະ ຂຶ້ນບັນຊີຜູ້ທີ່ເຊື່ອຖືສາສະໜາຕ່າງປະເທດ ໄດ້ທັງໝົດ ຈໍານວນ 49 ຄອບຄົວ, ມີ 376 ຄົນ ຍິງ 192 ຄົນ.

ໂອກາດດັ່ງກ່າວ, ທ່ານ ເຈົ້າແຂວງບໍ່ແກ້ວ ໄດ້ເນັ້ນໜັກໃຫ້ບັນດາພະນັກງານກໍ່ສ້າງຮາກຖານ ແລະພາກສ່ວນທີ່ກ່ຽວຂ້ອງ ຈົ່ງພ້ອມກັນສືບຕໍ່ສຸມໃສ່ແກ້ໄຂ-ປັບປຸງຂອດປະສານງານລະຫວ່າງຮາກຖານ ແລະ ອົງການຈັດຕັ້ງບ້ານໃຫ້ມີຄວາມແທດເໝາະສອດຄ່ອງ; ສືບຕໍ່ໂຄງການນໍາໃຊ້ນໍ້າລິນ ແລະ ດຶງຕະຄ່າຍໄຟຟ້າໃຫ້ປະຊາຊົນ, ແກ້ໄຂການລັກລອບຖາງປ່າສະຫງວນ ແລະ ແກ້ໄຂບັນຫາທີ່ຢູ່ອາໄສຂອງປະຊາຊົນຈໍານວນໜຶ່ງໃຫ້ເປັນປົກກະຕິ, ສືບຕໍ່ປະຕິບັດ 8 ແຜນວຽກ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂື້ນພາຍໃນບ້ານໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.