ພັອ ປອ ວັນສົມ ສີສົມບັດ ຮອງອຳນວຍການ ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ໃຫ້ສຳພາດໃນວັນທີ 15 ພຶດສະພາ 2020 ວ່າ: ມາຮອດປັດຈຸບັນນີ້, ວສປ ຍັງບໍ່ສາມາດເປີດການຮຽນ-ການສອນໄດ້ເປັນປົກກະຕິເທື່ອ ເນື່ອງຈາກວ່າ ຍັງມີນັກສຶກສາທີ່ຢູ່ຕ່າງແຂວງຈຳນວນຫຼາຍທີ່ກັບບ້ານ ໃນໄລຍະເຝົ້າລະວັງພະຍາດໂຄວິດ-19 ຍັງບໍ່ສາມາດເຂົ້າມາລາຍງານໂຕເຂົ້າຮຽນຢູ່ວິທະຍາຄານໄດ້ ຍ້ອນວ່າລະບົບການຂົນສົ່ງໂດຍສານຍັງບໍ່ທັນເປີດເປັນປົກກະຕິ; ເຊິ່ງທາງວິທະຍາຄານ ຄາດວ່າ: ເມື່ອສະພາບການທຸກຢ່າງເຂົ້າສູ່ພາວະປົກກະຕິກວ່ານີ້ ກໍຈະສາມາດເປີດລະບົບການຮຽນ-ການສອນເປັນປົກກະຕິ ໃນໄວໆນີ້.

ທ່ານ ຮອງອຳນວຍການ ວສປ ກ່າວວ່າ:

ພາຍຫຼັງທີ່ຂັ້ນເທິງໄດ້ມີຄຳສັ່ງໃຫ້ໂຈະການຮຽນ-ການສອນ ມາແຕ່ວັນທີ 3 ເມສາ 2020, ທາງ ວສປ ກໍໄດ້ມີການປະຕິບັດຢ່າງເຂັ້ມງວດ ໂດຍຖືກຕ້ອງສອດຄ່ອງຕາມສະພາບຄວາມເປັນຈິງຂອງ ວິທະຍາຄານ.

ຈົນມາໄລຍະນີ້, ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ອອກແຈ້ງການສະບັບເລກທີ 1543/ກມປສ, ລົງວັນທີ 7 ພຶດສະພາ 2020 ເຖິງ ຫົວໜ້າວິທະຍາຄານ-ຫົວໜ້າອຳນວຍການໂຮງຮຽນ ຂອງ ກຳລັງປ້ອງກັນຄວາມສະຫງົບ ໃນຂອບເຂດທົ່ວປະເທດ ເລື່ອງ:

ການເປີດການຮຽນ-ການສອນຢູ່ບັນດາວິທະຍາຄານ ແລະ ໂຮງຮຽນວິຊສະເພາະປ້ອງກັນຄວາມສະຫງົບ, ການຈະເຂົ້າສູ່ລະບົບການຮຽນ-ການສອນຄືນໃໝ່ ໃນວັນທີ 18 ກຸມພາ 2020 ແຕ່ເມື່ອອີງຕາມສະພາບຄວາມເປັນຈິງຂອງ ວສປ ແລ້ວ ແມ່ນຍັງບໍ່ສາມາດເປີດການຮຽນໃຫ້ນັກສຶກສາໄດ້ 100% ເທື່ອ ເປັນຕົ້ນແມ່ນ ຮຸ່ນທີ 22, ຮຸ່ນ 23 ແລະ ຮຸ່ນ 24 ລະບົບປະລິຍາຕີກໍ່ສ້າງ ລະບົບ 4 ປີ, ເຊື່ອມຕໍ່ປະລິນຍາຕີ ລະບົບ 2 ປີ ຮຸ່ນ 16 ແລະ 17 ເນື່ອງຈາກມີບາງເຫດຜົນທີ່ໄດ້ກ່າວມາເບື້ອງຕົ້ນນັ້ນ.

ເຖິງຢ່າງໃດກໍຕາມ, ໄລຍະຜ່ານມາ ກໍໄດ້ເປີດການຮຽນ-ການສອນບາງຮຸ່ນ ເປັນຕົ້ນແມ່ນ ຮຸ່ນທີ 21 ລະບົບປະລິນຍາຕີກໍ່ສ້າງ ລະບົບ 4 ປີ ແລະ ລະບົບປະລິນຍາໂທ ຮຸ່ນທີ 10 ແລະ ຮຸ່ນທີ 11 ເພື່ອກຽມພ້ອມປ້ອງກັນບົດ ແລະ ຂຽນບົດຈົບຊັ້ນ ທັງນີ້ກໍເພື່ອຫຼຸດຜ່ອນຄວາມແອອັດໃຫ້ແກ່ນັກສຶກສາ.

ຄຽງຄູ່ກັບການເພີ່ມທະວີ ການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ, ຄະນະພັກ-ຄະນະບັນຊາ ວສປ ກໍໄດ້ສົມທົບກັບ ກົມເສນາຮັກ ໃນການກວດກາຄົນເຂົ້າ-ອອກຜ່ານການວັດແທກອຸ່ນຫະພູມ, ໃຊ້ເຈວລ້າງມືໃຫ້ສະອາດ, ມີການຮັກສາຄວາມສະອາດ ຫ້ອງພະນັກງານຄູ-ອາຈານ, ຫ້ອງຮຽນ-ເຮືອນຄົວລວມ ແລະ ຫໍພັກນັກສຶກສາ ໂດຍມີການພົ່ນສີດຢາຂ້າເຊື້ອ ແລະ ພະນັກງານຄູ-ອາຈານ ແລະ ນັກສຶກສາທຸກຄົນ ຕ້ອງໃສ່ຜ້າອັດປາກ ທັງນີ້ກໍເພື່ອຮັບປະກັນການແຜ່ລະບາດຂອງ ພະຍາດໂຄວິດ-19.