ກອງບັນຊາການ ຕຳຫຼວດກວດຄົນເຂົ້າ-ອອກເມືອງ ປ້ອງກັນຊາຍແດນ ແຂວງຢຸນນານ ສປ ຈີນ ໄດ້ມອບເຄື່ອງຊ່ວຍເຫຼືອດ້ານການແພດ ເພື່ອປ້ອງກັນ ແລະ ຕ້ານການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃຫ້ ກອງບັນຊາການ ປກສ ແຂວງອຸດົມໄຊ ໃນວັນທີ 15 ພຶດສະພາ 2020, ກ່າວມອບໂດຍ ພັອ ໂຈກົ້ງ ຫົວໜ້າຫ້ອງການ ກອງບັນຊາການ ຕຳຫຼວດກວດຄົນຄົນເຂົ້າ-ອອກເມືອງ ປ້ອງກັນຊາຍແດນ ແຂວງຢຸນນານ ແລະ ກ່າວຮັບໂດຍ ພັທ ສົມເພັດ ສອນດາລາ ຮອງຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງອຸດົມໄຊ ພ້ອມທັງມີ ຫົວໜ້າຄະນະຮັບຜິດຊອບ ດ່ານສາກົນ ລາວ-ຈີນ ແລະ ພະນັກງານວິຊາການທີ່ກຽ່ວຂ້ອງ ທັງສອງຝ່າຍ ເຂົ້າຮ່ວມ.

ເຄື່ອງທີ່ນຳມາມອບຊ່ວຍເຫຼືອຄັ້ງນີ້ ມີ:

  • ຜ້າອັດປາກ-ດັງ ຈຳນວນ 10.000 ແຜ່ນ
  • ຊຸດປ້ອງກັນ 100 ຊຸດ
  • ນໍ້າຢາຂ້າເຊື້ອ 40 ຕຸກ
  • ເຄື່ອງວັດແທກອຸນຫະພູມ 30 ເຄື່ອງ

ໂອກາດດັ່ງກ່າວ, ພັທ ສົມເພັດ ສອນດາລາ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ກອງບັນຊາການ ຕຳຫຼວດກວດຄົນເຂົ້າ-ອອກເມືອງ ປ້ອງກັນຊາຍແດນ ແຂວງຢຸນນານ ແຫ່ງ ສປ ຈີນ ທີ່ເຫັນໄດ້ຄວາມສຳຄັນ, ຄວາມຈຳເປັນທາງດ້ານການການແພດ ເວົ້າລວມ, ເວົ້າສະເພາະແມ່ນ ການຮັກສາສຸຂະພາບ ແລະ ເພື່ອປ້ອງກັນການແຜ່ລະບາດຂອງໂຄວິດ-19 ຢ່າງມີຄວາມຮັບປະກັນ, ປອດໄພ ແລະ ຈະນຳໃຊ້ເຄື່ອງທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້ ໃຫ້ເກີດປະໂຫຍດສູງ.