ພະນັກງານ-ນັກຮົບ ປກສ ເມືອງວຽງພູຄາ ຊ່ວຍກັນກຽມດິນ ເພື່ອປູກສາລີ
ພະນັກງານ-ນັກຮົບ ປກສ ເມືອງວຽງພູຄາ ຊ່ວຍກັນກຽມດິນ ເພື່ອປູກສາລີ

ໃນອາທິດຜ່ານມາ, ກອງບັນຊາການ ປກສ ເມືອງວຽງພູຄາ ແຂວງຫຼວງນຳ້ທາ ໄດ້ນຳພາ ພະນັກງານ-ນັກຮົບ ສ້າງຂະບວນການອອກແຮງງານລວມປູກສາລີ ສ້າງລາຍຮັບເຂົ້າໃນກົມກອງ; ນຳພາໂດຍ ພັທ ແອ ພິມມະວົງ ຫົວໜ້າກອງບັນຊາ ການ ປກສ ເມືອງ, ມີພະນັກງານ-ນັກຮົບພາຍໃນກົມກອງ 120 ກວ່າສະຫາຍ ເຂົ້າຮ່ວມ.

ພັທ ແອ ພິມມະວົງ ໃຫ້ຮູ້ວ່າ: ການອອກແຮງງານຄັ້ງມີມີການປູກສາລີ ຈຳນວນ 2 ເປົາ ເທົ່າກັບ 40 ກິໂລກຼາມ, ນໍາໃຊ້ເນື້ອທີ່ ທັງໝົດ 3,5 ເຮັກຕາ ເພື່ອຜະລິດເປັນສິນຄ້າສ້າງລາຍຮັບເຂົ້າກົມກອງ ທັງເປັນການສ້າງຄວາມສາມັກຄີຢູ່ພາຍໃນກົມກອງ ແລະ ຍັງເປັນການຮັກສາມູນເຊື້ອດຸໝັ່ນໃນການປູກຝັງ-ລ້ຽງສັດ, ຕັ້ງໜ້າສຸມໃສ່ທຳການຜະລິດເພື່ອພ້ອມກັນຫຼຸດພົ້ນອອກຈາກຄວາມທຸກຍາກ.
ພ້ອມດຽວກັນນັ້ນ, ກໍໄດ້ຊຸກຍູ້ປຸກ ລະດົມຄະນະກຸ່ມບ້ານແຕ່ລະກຸ່ມທີ່ຂຶ້ນກັບກອງບັນຊາການ ປກສ ເມືອງວຽງພູຄາ ພ້ອມກັນປະຕິບັດຄຳຂວັນ ທີ່ວ່າ: “ກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ”.