ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ນຳພາ ປູກຕົ້ນໄມ້ ຢູ່ໂຮງຮຽນ ປກສ ຊັ້ນສູງ ເລກ 3
ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ນຳພາ ປູກຕົ້ນໄມ້ ຢູ່ໂຮງຮຽນ ປກສ ຊັ້ນສູງ ເລກ 3

ໂຮງຮຽນ ປກສ ຊັ້ນສູງເລກ 3 ປກສ ແຂວງສະຫວັນນະເຂດ ໄດ້ສ້າງຂະບວນການ ປູກຕົ້ນໄມ້ ເພື່ອເປັນການຂຳ່ນັບນັບຮັບຕ້ອນກອງປະຊຸມໃຫຍ່ຄະນະພັກກອງບັນຊາການ ປກສ ແຂວງສະຫວັນນະເຂດ ທີ່ຈະໄດ້ ໄຂຂຶ້ນໃນມໍ່ໆນີ້ ແລະ ເນື່ອງໃນໂອກາດສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍ ສາກົນ 1 ມິຖຸນາ 2020 ໃນວັນທີ 27 ພຶດສະພາ 2020; ໂດຍການນໍາພາຂອງ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາ, ຄະນະຫ້ອງ ພ້ອມດ້ວຍກົມກອງອ້ອມຂ້າງກອງບັນຊາການ ແລະ ຄູ-ອາຈານ, ນັກສຶກສາພາຍໃນໂຮງຮຽນເຂົ້າຮ່ວມ.

ສຳລັບຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ປະກອບມີ 4 ຊະນິດ ຄື: ມີໄມ້ຊາງໄພ, ໄມ້ລ້ຽງນ້ອງ, ຕົ້ນໄມ້ ອຸດສາຫະກຳ ແລະ ຕົ້ນໄມ້ກິນໝາກ ລວມທັງໝົດ 130 ຕົ້ນ; ສ່ວນສະຖານທີ່ປູກແມ່ນຕາມແຄມເດີ່ນໂຮງຮຽນ ປກສ ຊັ້ນສູງ ເລກ 3 ແຂວງສະຫວັນນະເຂດ, ທັງນີ້ ກໍເພື່ອເປັນການປູກທົດແທນຄືນ ໃຫ້ກັບຕົ້ນໄມ້ທີ່ຖືກຕັດທີ່ຜ່ານມາ, ສາມາດນຳໃຊ້ໃຫ້ເກີດປະໂຫຍດໃນການປ້ອງກັນຮັກສາໜ້າດິນ-ນຳ້, ຮັກສາສິ່ງແວດລ້ອມ ແລະ ສິ່ງມີຊີວິດ, ເປັນແຫຼ່ງສະໜອງອາຫານ, ເຮັດໃຫ້ພວກເຮົາໄດ້ຮັບຄຸນປະໂຫຍດຫຼາຍຢ່າງ. ດັ່ງນັ້ນ, ພາຍຫຼັງທີ່ໄດ້ເຮັດສຳເລັດໃນການປູກຄັ້ງນີ້ແລ້ວ ກໍມອບໃຫ້ຄະນະພັກ-ຄະນະບັນຊາໂຮງຮຽນ ເອົາໃຈໃສ່ຊີ້ນຳບັນດາພະນັກງານຄູ-ອາຈານ-ນັກສຶກສາພ້ອມພາກັນບົວລະບັດຮັກສາໃຫ້ເກີດດອກອອກຜົນເປັນຢ່າງດີ.