ມອບອຸປະກອນຮັບໃຊ້ ວຽກງານໂຄສະນາຄວາມປອດໄພທາງຫຼວງ ໃຫ້ 9 ແຂວງ

0
1183

ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມອບອຸປະກອນຮັບໃຊ້ ວຽກງານເຜີຍແຜ່ໂຄສະນາປູກຈິດສໍານຶກ ກ່ຽວກັບ ຄວາມປອດໄພທາງຫຼວງ ພາຍໃຕ້ທຶນຊ່ວຍລ້າຂອງ ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສປ ຈີນ ໃຫ້ບັນດາ ພະແນກ ຍທຂ 9 ແຂວງ ໃນວັນທີ 2 ມິຖນາ 2020, ເຊິ່ງມອບໂດຍ ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ, ມີບັນດາພະແນກ ຍທຂ 9 ແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ

ອຸປະກອນທີ່ມອບ-ຮັບໃນຄັ້ງນີ້ ມີທັງໝົດ 34 ຊຸດ ປະກອບມີ: ຄອມພິວເຕີໂນດບຸກ 1 ເຄື່ອງ, LCD ຈໍານວນ 1 ເຄື່ອງ, ຜ້າຈໍສາຍສະໄລ 1 ອັນ ແລະ ຕູ້ລໍາໂພງ 1 ເຄື່ອງ.

ອຸປະກອນທັງໝົດ ແມ່ນມອບໃຫ້ ແຂວງວຽງຈັນ 11 ຊຸດ, ຫຼວງພະບາງ 7 ຊຸດ, ບໍ່ແກ້ວ 3 ຊຸດ, ຊຽງຂວາງ 3 ຊຸດ, ໄຊຍະບູລີ 3 ຊຸດ, ຜົ້ງສາລີ 2 ຊຸດ, ຫົວພັນ 2 ຊຸດ, ຫຼວງນ້ຳທາ 2 ຊຸດ ແລະ ແຂວງໄຊສົມບູນ 2 ຊຸດ.

ທ່ານ ບຸນຕາ ອ່ອນນາວົງ ກ່າວວ່າ:

ເຄື່ອງໃຊ້ຈຳນວນດັ່ງກ່າວ ກໍເພື່ອຮັບໃຊ້ໃນການລົງໂຄສະນາເຜີຍແຜ່ ກົດລະບຽບຈະລາຈອນ ແລະ ປູກຈິດສໍານຶກຄວາມປອດໄພທາງຫຼວງ ຢູ່ຕາມສໍານັກງານອົງການ, ໂຮງງານ, ໂຮງຮຽນ ແລະ ຕາມບ້ານຂອງບັນດາແຂວງ ໂດຍແນໃສ່ເຮັດໃຫ້ ຜູ້ນໍາໃຊ້ລົດ-ນໍາໃຊ້ທາງຫຼວງ ໄດ້ຮັບຮູ້ກົດລະບຽບຈະລາຈອນ, ເຕັກນິກການຂັບຂີ່ທີ່ປອດໄພ ແລະ ຄຸນສົມບັດມາລະຍາດໃນການຂັບຂີ່ ແລະ ພ້ອມກັນຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ ເພື່ອເປັນການປະກອບສ່ວນໃນການປະຕິບັດນະໂຍບາຍຂອງລັດຖະບານ ໃນການຫຼຸດຜ່ອນການເກີດອຸບັດຕິເຫດລົງ ເທື່ອລະກ້າວ.