ກອງປະຊຸມໃຫຍ່ ຄັ້ງທີ II ຄະນະພັກຮາກຖານ ພະແນກການເງິນ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 28 ພຶດສະພາ 2020; ເຂົ້າຮ່ວມເປັນປະທານໂດຍ ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງ ເຊກອງ; ສະຫາຍ ຄໍາຮູ້ ອ່ອນມະນີ ຮັກສາການ ເລຂາຄະນະພັກ ຫົວໜ້າພະແນກການເງິນ ແຂວງ, ມີຄະນະພັກຮາກຖານ, ເລຂາ-ຮອງ ເລຂາຄະນະໜ່ວຍພັກ, ແຂກຮັບເຊີນ, ສະມາ ຊິກສົມບູນ ແລະ ສໍາຮອງຂອງຄະນະພັກຮາກຖານພະແນກການເງິນແຂວງ ເຂົ້າຮ່ວມ.

ກອງປະຊຸມໃຫຍ່ ຄັ້ງທີ II ຄະນະພັກຮາກຖານ ພະແນກການເງິນ ແຂວງເຊກອງ
ກອງປະຊຸມໃຫຍ່ ຄັ້ງທີ II ຄະນະພັກຮາກຖານ ພະແນກການເງິນ ແຂວງເຊກອງ

ໃນກອງປະຊຸມ, ບັນດາສະມາຊິກພັກໄດ້ເຫັນດີຮັບຮອງເອົາບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານພະແນກການເງິນແຂວງ ເຊິ່ງປະກອບມີການສະຫຼຸບຜົນສໍາເລັດ, ການຕີລາຄາຄືນດ້ານດີ-ດ້ານອ່ອນ ແລະ ຂໍ້ຄົງຄ້າງໃນການນໍາພາ-ຊີ້ນໍາວຽກພັກ, ພະນັກງານ, ວຽກອົງການຈັດຕັ້ງມະຫາຊົນ, ວຽກປ້ອງກັນພັກ-ພະນັກງານ ແລະ ວຽກວິຊາສະເພາະຕະຫຼອດໄລຍະ 5 ປີຜ່ານມາ 2015-2019 ແລະ ທິດທາງໃນ 5 ປີ 2020-2024 ເພື່ອເປັນທິດທາງໃຫ້ຄະນະພັກຮາກຖານສືບຕໍ່ປະຕິບັດໜ້າທີ່ການເມືອງທີ່ຖືກມອບໝາຍໃຫ້ໄດ້ຮັບໝາກຜົນສູງ, ສືບຕໍ່ຮັກສາມູນເຊື້ອ ແລະ ອອກແຮງກໍ່ສ້າງບັນດາ ໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານເປັນ ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກ ແໜ້ນໃນຕໍ່ໜ້າ.

ໃນກອງປະຊຸມຍັງໄດ້ປ່ອນບັດຄັດເລືອກ ເອົາຄະນະພັກຊຸດໃໝ່ ໂດຍກອງປະຊຸມຄັ້ງປະຖົມມະລືກ ເຫັນດີເລືອກເອົາ ສະຫາຍ ຄໍາຮູ້ ອ່ອນມະນີ ເປັນເລຂາ; ສະຫາຍ ລໍາທອງ ຍົນ ມະຫາໄຊ ເປັນຮອງເລຂາ, ສະຫາຍ ວົງມະນີ ແກ້ວນະຄອນ ເປັນປະທານກວດກາ; ສະຫາຍ ສົມບູນ ພັນຈັນ ເປັນຮອງປະທານກວດກາ, ສ່ວນສະຫາຍ ສຸກັນ ວໍລະປັນໄຊ, ສະຫາຍ ກໍລະກັນ ສົມບູນທິບ ແລະ ສະຫາຍ ສຸລິດປັນ ຍາວົງເປັນກໍາມະການຄະນະພັກຮາກຖານ.

ຕອນທ້າຍກອງປະຊຸມ ສະຫາຍ ເຫຼັກໄຫຼ ສີວິໄລ ກໍໄດ້ມີຄໍາເຫັນໂອ້ລົມ ກ່ອນອື່ນທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ຄະນະພັກຮາກຖານພະແນກການເງິນແຂວງ ສະໄໝທີ I ຍາດໄດ້ຕະຫຼອດໃນໄລຍະ 5 ປີ ຜ່ານມາ ແລະ ເນັ້ນໃຫ້ຄະນະພັກຊຸດໃໝ່ຕັ້ງໜ້າເຮັດວຽກການ ເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານພາຍໃນພະແນກການເງິນແຂວງ ມີຄວາມສະຫງົບອຸ່ນອ່ຽນ; ປະຕິບັດວຽກງານດ້ວຍ ຄວາມຮັບຜິດຊອບ ແລະ ເຮັດສໍາເລັດທຸກວຽກ ງານທີ່ຖືກມອບໝາຍ, ເສີມຂະຫຍາຍບັນດາຈຸດດີ, ປັບປຸງ ແກ້ໄຂ ຈຸດອ່ອນ ແລະ ຂໍ້ຄົງຄ້າງ, ແກ້ໄຂ ສິ່ງຫຍໍ້ທໍ້ໃຫ້ຫຼຸດໜ້ອຍຖອຍລົງ, ປັບປຸງກົງຈັກ ການຈັດຕັ້ງ ຢູ່ພາຍໃນໃຫ້ກະທັດຮັດເຂັ້ມແຂງ, ມີຄວາມຮູ້ຄວາມສາມາດສູງ ເພື່ອຕອບສະໜອງ ໃຫ້ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ ວຽກງານໃນໄລຍະໃໝ່; ເພີ່ມທະວີຄວາມສາມັກ ຄີຮັກແພງຊ່ວຍເຫຼືອກັນພາຍໃນພັກ-ພະນັກງານ, ສ້າງຄວາມເຂົ້າອົກເຂົ້າໃຈຊຶ່ງກັນແລະກັນ; ປະຕິ ບັດນະໂຍບາຍຕໍ່ສະມາຊິກພັກ-ພະນັກງານຢ່າງ ທົ່ວເຖິງ ແລະ ສືບຕໍ່ຊີ້ນໍາໆພາຢ່າງໃກ້ຊິດຕໍ່ 3 ອົງການຈັດຕັ້ງມະຫາຊົນໃນການເປັນເສນາທິການ ຂອງຄະນະພັກຮາກຖານ.