ວິທະຍາຄານກົມມະດໍາ ຈັດຕັ້ງສອບເສັງລະດັບຊາດ ສົກຮຽນ 2019-2020

0
1024

ວັນທີ 3-5 ມິຖຸນາ ຜ່ານມານີ້, ວິທະຍາຄານກົມມະດຳ ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງສອບເສັງລະດັບຊາດ ໃຫ້ແກ່ນັກຮຽນກໍ່ສ້າງ ມະຫາວິທະຍາໄລ ການທະຫານ ປີ 4 ຊຸດທີ 15, ຈໍານວນ 10 ເຫຼົ່າຮົບວິຊາສະ ເພາະ; ພາຍໃຕ້ການເປັນປະທານ ຂອງທ່ານ ພົຕ ປະສິດ ທ່ຽງທຳ ຮອງຫົວໜ້າກົມໃຫຍ່ເສນາທິການ ກະຊວງປ້ອງກັນປະເທດ; ມີບັນດາອຸນຸກຳມະການສອບເສັງ ພ້ອມດ້ວຍຄະນະວິຊາຄູເຂົ້າຮ່ວມ.

ໂດຍປະຕິບັດຕາມການຕົກລົງ ຂອງກົມໃຫຍ່ເສນາທິການ ແລະ ໂຄງການຫຼັກສູດການຮຽນ-ການສອນ ທີ່ກະ ຊວງປ້ອງກັນປະເທດ; ການສອບເສັງຄັ້ງນີ້, ມີນັກສຶກສາເຂົ້າຮ່ວມສອບເສັງທັງໝົດ 218 ສະຫາຍ; ໃນນັ້ນ, ໄດ້ສອບເສັງວິຊາຫຼັກ ຂອງ 10 ເຫຼົ່າຮົບ ມີ 4 ວິຊາຫຼັກ ຄື: ວິຊາວຽກງານພັກ – ວຽກງານການເມືອງ, ວິຊາທິດ ສະດີມາກ-ເລນິນ, ວິຊາສິນລະປະຢຸດ ແລະ ວິຊາຍຸດທະວິທີທະຫານຮາບ; ນອກນັ້ນ, ກໍມີພາກປະຕິບັດຕົວຈິງຢູ່ພາກສະໝາມນໍາອີກ.