ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VI ຜູ້ແທນອົງຄະນະພັກ ປກສ ແຂວງໄຊຍະບູລີ

0
1824

ກອງປະຊຸມໃຫຍ່ ຄັ້ງທີ VI ຜູ້ແທນອົງຄະນະພັກ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງໄຊຍະບູລີ  ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 4 ມິຖຸນາ 2020, ພາຍໃຕ້ການເປັນປະທານຂອງ ສະຫາຍ ພັອ ຄຳແພງ ເພັດ ກຳມະການພັກແຂວງ ເລຂາຄະນະພັກ ກອງບັນຊາການ ປກສ ແຂວງ; ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆໄຊຍະບູລີ, ມີໜ່ວຍປະຕິບັດງານຂອງແຂວງ, ແຂກຖືກເຊີນ, ພ້ອມດ້ວຍ ຜູ້ແທນສົມບູນ ເຂົ້າຮ່ວມ.

ສະຫາຍ ພັອ ຄຳແພງ ເພັດ ໄດ້ຕີລາຄາສູງຕໍ່ຜົນສຳເລັດແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ໄລຍະ 5 ປີຜ່ານມາ ໂດຍຍົກໃຫ້ເຫັນຜົນງານອັນພົ້ນເດັ່ນ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ ແລະ ບາງບົດຮຽນທີ່ຖອດຖອນໄດ້; ພ້ອມທັງໄດ້ຄົ້ນຄວ້າປະກອບຄຳເຫັນຢ່າງກົງໄປ-ກົງມາ, ພາວະວິໄສສອດຄ່ອງກັບສະພາບຄວາມເປັນຈິງ ແລະ ເປັນເອກະພາບສູງຕໍ່ທິດທາງລວມ.

ຕະຫຼອດໄລຍະແຫ່ງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ໄລຍະ 5 ປີຜ່ານມາ, ພາຍໃຕ້ການຊີ້ນໍາ-ນໍາພາຢ່າງໃກ້ສິດຂອງ ຄະນະບໍລິຫານງານພັກແຂວງ ແລະ ຄະນະພັກ ກະຊວງປ້ອງກັນຄວາມສະຫົງບ, ຄະນະພັກແຕ່ລະຂັ້ນ ໄດ້ເຊິດຊູຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ສຸມທຸກສະຕິປັນຍາ, ນໍາພາບັນດາສະຫາຍສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ບຸກບືນຜ່ານຜ່າສິ່່ງທ້າທາຍທົດສອບ, ນັບທັງເງື່ອນໄຂຂໍ້ສະດວກທີ່ເອື້ອອຳນວຍ ແລະ ຂໍ້ ຫຍຸ້ງຍາກຫຼາຍປະການ; ກ້າວຂຶ້ນ ເຮັດສຳເລັດໜ້າທີ່, ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ ເຊິ່ງໄດ້ປະກອບສ່ວນອັນໃຫຍ່ຫຼວງເຮັດໃຫ້ສະພາບໂດຍລວມໃນທົ່ວແຂວງ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ.

ພ້ອມນີ້, ຜູ້ແທນກອງປະຊຸມ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນເລືອກເອົາ ຄະນະພັກ ຊຸດໃໝ່ ເຊິ່ງມີຜູ້ສະໝັກ 13 ສະຫາຍ ເລືອກເອົາ 11 ສະຫາຍ, ໂດຍກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນກັນເລືອກເອົາ ຄະນະປະຈຳ 2 ສະຫາຍ, ເລືອກເອົາ ສະຫາຍ ພັອ ຄຳແພງ ເພັດ ເປັນເລຂາ; ສະຫາຍ ພັອ ບຸນຫຼ້າ ສຸລິຍາ ເປັນ ຮອງເລຂາ, ພ້ອມທັງເລືອກເອົາຜູ້ແທນສົມບູນ, ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ VII ຂອງ ອົງຄະນະພັກແຂວງ ໄດ້ຕາມຄາດໝາຍ.

ໂອກາດນີ້, ສະຫາຍ ພົງສະຫວັນ ສິດທະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ ພ້ອມທັງເນັ້ນ ຄະນະພັກແຕ່ລະຂັ້ນ ຈົ່ງພ້ອມກັນເດັດດ່ຽວແກ້ໄຂດ້ານອ່ອນຂໍ້ຄົງຄ້າງ ແລະ ນຳເອົາເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ໄປສືບຕໍ່ຄົ້ນຄວ້າ ແລະ ຜັນຂະຫຍາຍຢູ່ຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ປະກົດຜົນເປັນຈິງ.