ຫ້ອງວ່າການປົກຄອງແຂວງຊຽງຂວາງ ປັບປຸງກົງຈັກການຈັດຕັ້ງ

0
664

ວັນທີ 5 ມິຖຸນາ 2020, ອົງການຈັດຕັ້ງ ຊາວໜຸ່ມ-ແມ່ຍິງ ວິທະຍາຄານກົມມະດຳ ໄດ້ຈັດຕັ້ງຂະບວນການຫ້ອງວ່າການປົກຄອງແຂວງຊຽງຂວາງໄດ້ປັບປຸງລະບົບກົງຈັກການຈັດຕັ້ງ ໃນວັນທີ 4 ມິຖຸນາ 2020 ເປັນປະທານໂດຍ ທ່ານ ຄໍາພູ ຈັນທະວົງ ຫົວໜ້າຫ້ອງວ່າການປົກຄອງແຂວງຊຽງຂວາງ, ມີຄະນະຫ້ອງວ່າການແຂວງ, ພະນັກງານ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ໃນພິທີ, ຄະນະຮັບຜິດຊອບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງພາຍໃນ ສະບັບເລກທີ39/ພນລົງວັນທີ 21 ວ່າດ້ວຍການຮັບຮອງຜົນການກໍານົດຕໍາແໜ່ງງານຂອງຫ້ອງວ່າການແຂວງຊຽງຂວາງ ແລະ ຜ່ານເອກະສານ ຈໍານວນໜຶ່ງ ກ່ຽວກັບການກໍານົດຕໍາແໜ່ງງານ; ດ້ານຈໍານວນກຸ່ມວຽກມີ 12 ກຸ່ມ ແລະ ປະກອບດ້ວຍ 4 ຂະແໜງ ໂດຍບໍ່ໃຫ້ມີໜ່ວຍງານຂຶ້ນກັບຂະແໜງຄື: ຂະແໜງຄຸ້ມຄອງບໍລິຫານພິທີການ ແລະ ການເງິນ, ຂະແໜງຈັດຕັ້ງ ແລະ ກວດກາ, ຂະແໜງຄົ້ນຄວ້າສັງລວມ, ຂະແໜງກໍ່ສ້າງຮາກຖານການເມືອງ; ໃນນີ້ໄດ້ແຕ່ງຕັ້ງ ທ່ານ ນາງ ອຸໄທ ມາສີຊົນໄຊ ຫົວໜ້າຂະແໜງພິທີການຫ້ອງວ່າການແຂວງ ເປັນຮອງຫົວໜ້າຄະນະຮັບຜິດຊອບອະນຸສາວະ ລີແຂວງ; ແຕ່ງຕັ້ງ ທ່ານ ດາວອນ ດາລາວົງ ຫົວໜ້າໜ່ວຍງານຄຸ້ມຄອງພາຫະນະ ຂຶ້ນເປັນຮອງຫົວໜ້າຂະແໜງຄຸ້ມຄອງບໍລິຫານ ພິທີການ ແລະ ການເງິນ ພ້ອມທັງໄດ້ສັບຊ້ອນພະນັກງານວິຊາການ, ຫົວໜ້າ, ຮອງຫົວໜ້າຂະແໜງເຂົ້າຕາມ 4 ຂະແໜງການ.

ໂອກາດດັ່ງກ່າວ ທ່ານ ຄໍາພູ ຈັນທະວົງ ໄດ້ເນັ້ນໃຫ້ບັນດາຂະແໜງ ຈົ່ງກໍານົດໜ້າວຽກໃຫ້ແຕ່ລະບຸກຄົນຮັບ ຜິດຊອບລະອຽດ, ເຮັດວຽກເປັນໝູ່ຄະນະ ບົນພື້ນຖານປະຊາທິປະໄຕ, ມີຄວາມສາມັກຄີພາຍໃນ-ພາຍນອກກ້ວາງຂວາງ, ຫ້າວ ຫັນ ວ່ອງໄວ ເປັນເສນາທິການທີ່ດີໃຫ້ແກ່ການນໍາ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ຮັບແຂກແພງຄົນ ມີມາລະຍາດທາງສັງຄົມ ດຸໝັ່ນຮໍ່າຮຽນສະແຫວງຫາຄວາມຮູ້ໃສ່ຕົນເອງເລື້ອຍໆ.

ຂ່າວ: ບຸນມີ ແສງທຸມມີ