ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດກິດຈະກໍາປູກຕົ້ນໄມ້ ຢູ່ຕາມບໍລິເວນຂອບເຂດຂອງກອງບັນຊາ ການ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ (1 ມິຖຸນາ) ໃນທ້າຍອາທິດຜ່ານມາຢ່າງເປັນຂະບວນຟົດຟື້ນ; ນໍາໂດຍ ພັອ ສີເວີນແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະຫ້ອງ, ກອງພັນເຄື່ອນທີ່ ຕະຫຼອດຮອດນາຍ ແລະ ພົນຕໍາຫຼວດກອງບັນຊາການ ປກສ ແຂວງອັດຕະປື ເຂົ້າຮ່ວມ.

ພັອ ສີເວີນ ແກ້ວສີວົງສາ ກ່າວວ່າ: ການປູກຕົ້ນໄມ້ໃນຄັ້ງນີ້ແມ່ນແນໃສ່ສ້າງໃຫ້ບໍລິເວນກອງບັນຊາການມີຄວາມອຸດົມສົມບູນ,ມີຄວາມຮົ່ມເຢັນ, ມີໝາກໄມ້ກິນໝາກ ແລະ ເປັນລະບຽບຈົບງາມໃນປັດຈຸບັນ ກໍຄືອະ ນາຄົດ.

ຕົ້ນໄມ້ທີ່ນໍາມາປູກມີ ໄມ້ດູ່ລາຍ 30 ຕົ້ນ ແລະ ຕົ້ນໝາກມ່ວງ 50 ຕົ້ນ, ເຊິ່ງໄດ້ແບ່ງປັນມອບຄວາມຮັບຜິດ ຊອບໃຫ້ແຕ່ລະຫ້ອງ, ກອງພັນເຄື່ອນທີ່ ນໍາໄປປູກແລະ ບົວລະບັດຮັກສາຕາມຂອບເຂດຄວາມຮັບ ຜິດຊອບໃຫ້ເຕີບໃຫຍ່ໃນຕໍ່ໜ້າ.