ເມືອງໄຊພູທອງ ປະກາດແຕ່ງຕັ້ງເລຂາ-ຮອງເລຂາໜ່ວຍພັກ

0
651

ພິທີປະກາດບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍພັກ, ຫ້ອງການຈັດຕັ້ງ-ພາຍໃນ ແລະ ໜ່ວຍພັກຫ້ອງການກວດກາ-ໂຄສະນາ ເມືອງໄຊພູທອງແຂວງສະຫວັນນະເຂດ ຈັດຂຶ້ນໃນວັນທີ 3 ມີິຖຸນາ 2020, ມີ ສະຫາຍ ເກີດມີ ຈັນ ທິລາດຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ພ້ອມດ້ວຍຄະນະໜ່ວຍພັກ, ສະມາຊິກພັກທັງສອງໜ່ວຍ ເຂົ້າຮ່ວມ.

ສະຫາຍ ສີຄຸນ ສີບົວເຮືອງ ຫົວໜ້າໜ່ວຍງານກໍ່ສ້າງພັກ-ພະນັກງານ ເມືອງໄຊພູທອງ ໄດ້ຜ່ານມະຕິຂອງຄະນະປະຈໍາພັກເມືອງ ເລກທີ 107-108 ລົງວັນທີ 22 ພຶດສະພາ 2020 ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກຫ້ອງການຈັດຕັ້ງ-ພາຍໃນ ມີ 3 ສະຫາຍ; ຄື: ສະຫາຍ ທອງມີ ເນົາສະຫວາດ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ບຸນໂຮມ ນັນທະວົງ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ບຸນທໍາ ພັນທະວົງ ເປັນກວດກາໜ່ວຍພັກ; ສ່ວນໜ່ວຍພັກຫ້ອງການກວດກາ-ໂຄສະນາເມືອງ ໄດ້ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ສົມໝາຍ ສີສະຫວັດເປັນເລຂາໜ່ວຍພັກ, ສະຫາຍ ນາງ ບຸນທະວີພິມວົງສາ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ນາງ ຄໍາປ້ານ ຄຸນບາທອງ ເປັນກວດກາ
ໜ່ວຍພັກ.

ໂອກາດດັ່ງກ່າວ, ສະຫາຍ ເກີດມີ ຈັນທິລາດ ໄດ້ຂຶ້ນໂອ້ລົມ; ເຊິ່ງກ່ອນອື່ນ ສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທັງສອງໜ່ວຍພັກຍາດມາໄດ້ໃນໄລຍະຜ່ານມາ; ພ້ອມນັ້ນ ກໍໄດ້ເນັ້ນໜັກບາງບັນຫາ ເພື່ອເຮັດໃຫ້ຄະນະໜ່ວຍພັກທີ່ໄດ້ຖືກບົ່ງຕົວແຕ່ງຕັ້ງເປັນເລຂາໜ່ວຍພັກ ທັງສອງໜ່ວຍ ຕ້ອງໄດ້ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ເຂົ້າໃຈເຖິງບົດບາດ ແລະ ຄວາມໝາຍຄວາມສໍາຄັນຂອງໜ້າວຽກທີ່ໄດ້ຮັບການມອບໝາຍ; ຖືເອົາການກວດກາເປັນບັນຫາສໍາຄັນ ແລະ ຂາດບໍ່ໄດ້ ມີຄວາມຮັບຮູ້ ແລະ ເຂົ້າໃຈທີ່ຖືກຕ້ອງຕໍ່ວຽກງານພັກໃນໄລຍະໄໝ່, ຕ້ອງໄດ້ເອົາໃຈໃສ່ກໍ່ສ້າງພະນັກງານຫຼັກແຫຼ່ງ-ສືບທອດປ່ຽນແທນ ໃຫ້ມີຄວາມຮູ້ຄວາມສາມາດເລິກເຊິ່ງ ກໍາໄດ້ເນື້ອໃນ, ໜ້າທີ່ວິຊາສະເພາະໃນສະພາບການໃໝ່, ຈົ່ງພ້ອມ ກັນຮັກສາມູນເຊື້ອຄວາມສາມັກຄີ, ຄວາມເປັນແບບເປັນຢ່າງໃນການພັດທະນາຕົນເອງ ບົນພື້ນຖານແນວທາງຫຼັກການຂອງພັກ ແລະ ຮັກສາໄດ້ຄວາມ ເຊື່ອຖືໄວ້ວາງໃຈຈາກມະຫາຊົນໃຫ້ສົມຖານະນາມສະມາຊິກພັກຜູ້ດີເດັ່ນ.

ຂ່າວ: ພັນທະມິດ ວົງສຸດທິ