ເມືອງສິງ ປູກຕົ້ນໄມ້ 260 ຕົ້ນ

0
1337

ໃນວັນທີ 1 ມິຖຸນາ 2020 ຄະນະນໍາ, ພະນັກງານລັດຖະກອນແລະ ພໍ່-ແມ່ປະຊາຊົນບັນດາເຜົ່າ ທົ່ວເມືອງສິງ ແຂວງຫຼວງນໍ້າທາ ໄດ້ຮ່ວມກັນປູກຕົ້ນໄມ້ ຈໍານວນ 260 ຕົ້ນ ຢູ່ຂອບເຂດປ່າສະ ຫງວນພະທາດຊຽງຕຶງ ເພື່ອເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະວັນປູກຕົ້ນໄມ້ແຫ່ງຊາດ; ນໍາພາໂດຍ ທ່ານ ປອ ຈັນພິພັກ ກອງຈໍາປາ ເຈົ້າເມືອງໆສິງ.

ທ່ານ ສົມໄຊ ເທບຄໍາເຮືອງ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໃຫ້ຮູ້ວ່າ: ຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ ມີໄມ້ດູລາຍ, ໄມ້ແຕ້ຂ່າ, ໄມ້ຂະຍຸງ ແລະຕົ້ນໄມ້ປະດັບ;ລວມມີ 260 ຕົ້ນລວມມູນຄ່າ 2.600.000 ກີບ ໃນນັ້ນ ມີສໍານັກງານຫ້ອງການ, ສອງກອງບັນຊາການ ປກຊ – ປກສ ແລະ ພໍ່ແມ່ປະຊາຊົນ ຈໍານວນ 93 ບ້ານທີ່ຂຶ້ນກັບເມືອງສິງ ໄດ້ພ້ອມກັນປູກ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນມື້ດຽວກັນ, ກອງບັນຊາການ ປກສ ເມືອງສິງ ໄດ້ສ້າງຂະບວນການປູກສາລີເຂົ້າໂພດ ເຊີ່ງໃຊ້ແນວພັນທັງໝົດ 16 ກິໂລກຼາມ ປູກໃນພື້ນທີ 8.500 ກວ່າຕາແມັດ. ໂດຍການນໍາພາຂອງ ພັທ ພຸດທະສອນວົງແຝງຄໍາ ຫົວໜ້າກອງບັນຊາການ ປກສ ເມືອງສິງ, ມີຂັ້ນພະແນກ ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ 92 ສະຫາຍ.

ຂ່າວ: ຫຼ້າສອນເພັດ