ກອງພັນທີ 1 ວ.ກ ສະຫລຸບວຽກງານຮອບດ້ານ ໄລຍະ 4 ປີ

0
1481

ວັນທີ 8 ມິຖຸນາ 2020, ກອງພັນທີ 01 ວິທະຍາຄານກົມມະດໍາ ກະຊວງປະເທດ ໄດ້ສະຫລຸບຖອດຖອນບົດຮຽນວຽກງານຮອບດ້ານ ໄລຍະ 04 ປີ ຜ່ານມາ (2016 – 2020) ແລະ ວາງທິດທາງແຜນການ 4 ປີຕໍ່ໜ້າ; ໂດຍການເປັນປະທານຂອງ ພັນເອກ ຖາວອນ ແກ້ວອີນທະວົງ ຫົວໜ້າການເມືອງ, ມີບັນດາຄະນະພັກ – ຄະນະບັນຊາ; ພ້ອມດ້ວຍພະນັກງານ – ນັກຮົບ ແລະ ນັກສຶກສາເຂົ້າຮ່ວມ.

ພັນໂທ ບຸນຕຽມ ກິຕິຄຳມູນ ຫົວໜ້າການທະຫານ ກອງພັນທີ 01 ໄດ້ຜ່ານບົດສະຫຼຸບລາຍກງານ ການເມືອງ ໂດຍຫຍໍ້; ເຊິ່ງໄດ້ຍົກໃຫ້ເຫັນຜົນງານຮອບດ້ານ ໄລຍະຜ່ານມາ ເປັນຕົ້ນ: ຄະນະພັກ – ຄະນະບັນຊາກອງພັນ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ ນຳພາແນວຄິດ ເປັນບັນຫາສຳຄັນ ໃນການຄຸ້ມຄອງຊີ້ນຳ – ບັນຊານັກສຶກສາ ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເຮັດໜ້າທີ່ປັບປຸງກໍ່ສ້າງກຳລັງ; ຄຸ້ມຄອງລະບຽບແບບແຜນຊິວິດການເປັນຢູ່ຂອງນັກສຶກສາ ໂດຍຖືເອົາ 7 ລະບອບ 18 ວຽກເປັນຫລັກ.

ຕະຫຼອດ 4 ປີຜ່ານມາ, ກອງພັນທີ 1 ໄດ້ເຂົ້າຮ່ວມກວດກາລະບຽບກອງພັນ 192 ເທື່ອ, ກວດລະບຽບວິທະຍາຄານ 48 ເທື່ອ, ຖ່າງປ່າສະຫນາມ 24 ເທື່ອ, ຖ່າງປ່າຂອບເຂດຮັບຜິດຊອບ 48 ເທື່ອ; ນອກຈາກນັ້ນ, ຍັງໄດ້ແຕ່ງກິນ-ໜຶ້ງເຂົ້າ,  ອະນາໄມເຮືອນຄົວ ແລະ ປູກຝັງ-ລ້ຽງສັດ.

ທົ່ວກົມກອງມີເນື້ອທີ່ປູກຝັງທັງໝົດ 5 ໄລ່, ປູກພືດກິນໃບໄດ້ 425,760 ກິໂລ, ພຶດກິນໝາກ 515,870 ກິໂລ, ປູກກ້ວຍໄດ້ 250 ຂຸມ, ປູກຕົ້ນໄມ້ກິນໝາກ 250 ຕົ້ນ; ມີໜອງປາ 3 ໜອງ, ປ່ອຍປາແລ້ວ 25,000 ໂຕ, ເກັບກູ້ໄດ້ 962 ກິໂລ , ລ້ຽງໝູ ຈຳນວນ 12 ໂຕ; ສາມາດສ້າງລາຍຮັບເຂົ້າກົມກອງ ລວມມູນຄ່າທັງໝົດ 95.382.000 ກີບ.

ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນຜັນປ່ຽນກັນຂື້ນປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫລຸບ ຢ່າງມີເນື້ອໃນສົມ ບູນຄົບຖ້ວນ; ພ້ອມດຽວກັນນັ້ນ, ຄະນະພັກ-ຄະນະບັນຊາ ຍັງໄດ້ໃຫ້ກຽດຂື້ນມອບໃບຍ້ອງຍໍຂອງວິທະຍາຄານກົມມະດໍາ ໃຫ້ແກ່ບຸກຄົນຈຳນວນ 115 ສະຫາຍ, ມອບໃບຊົມເຊີຍ ຈຳນວນ 187 ສະຫາຍ.

ໂອກາດດຽວນີ້, ທ່ານ ພັອ ຖາວອນ ແກ້ວອິນທະວົງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ – ຄະນະບັນຊາ ທີ່ໄດ້ ເອົາໃຈໃສ່ສຶກສາອົບຮົມ ການເມືອງໃຫ້ພະນັກງານ – ນັກຮົບ; ພ້ອມທັງຮຽກຮ້ອງມາຍັງບັນດານັກສຶກສາທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງໃຫ້ສູງຂື້ນ; ຖືເອົາການຝຶກຝົນກໍ່ສ້າງຕົນເອງໃຫ້ມີລະບຽບວິໄນ ເປັນນັກສຶກສາຮຽນດີ-ຮຽນເກັ່ງ; ເອົາໃຈຊອກຮູ້ຮໍ່າຮຽນນຳຄູອາຈານ ແລະ ພ້ອມກັນນຳໃຊ້ບົດຮຽນ ທີ່ໄດ້ຮຽນມາ ໄປຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຢູ່ກົມກອງຮາກຖານໃຫ້ເກີດຜົນປະໂຫຍດສູງສຸດ.

ຂ່າວ: ວັນນະເລດ ລໍວັນໄຊ / ພາບ: ຂັນທະລີ ທໍາມະວົງ