ກອງບັນຊາການທະຫານເມືອງສີໂຄດຕະບອງ ປ່ອຍປາ 3 ພັນໂຕ

0
1195

ໃນວັນທີ 8 ມີຖຸນາ 2020, ກອງບັນຊາການທະຫານເມືອງສີໂຄດຕະບອງ ໄດ້ສ້າງຂະບວນການການປ່ອຍປາ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ; ນຳພາໂດຍ ພັທ ສົມປອງ ດວງມະນີ ຮອງການເມືອງ ກອງບັນຊາການທະຫານເມືອງສີໂຄດຕະບອງ, ມີບັນດາຄະນະພັກ-ຄະນະບັນຊາກົມ ແລະ ພະນັກງານ-ນັກຮົບເຂົ້າຮ່ວມຢ່າງພ້ອມພງງ. ​ ​

ພັທ ສົມປອງ ດວງມະນີ ກ່າວວ່າ: ປາທີ່ນໍາມາປ່ອຍໃນຄັ້ງນີ້ ມີຈຳນວນ 3.000 ໂຕ; ລວມມີ 4 ຊະນິດ ຄື: ປາໄນ 800 ໂຕ, ປານວນຈັນ 800 ໂຕ, ປາເກັດແລບ 900 ໂຕ ແລະປາປາກ 500 ໂຕ; ພາຍຫຼັງທີ່ໄດ້ປ່ອຍປາສຳເລັດແລ້ວ, ຈະໄດ້ຈັດຕັ້ງກັນເອົາໃຈໃສ່ເບີ່ງແຍ່ງ, ພ້ອມກັນອະນາໄມທຳຄວາມສະອາດໜອງປາຢູ່ສະເໝີ ເພື່ອໃຫ້ປາເຕີບໃຫຍ່ຂະຫຍາຍພັນ ແລະ ນຳມາຮັບໃຊ້ໃນການແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ດີຂຶ້ນ.

ພາບ-ຂ່າວ: ສົມໝາຍ ອິນຕາ