ມອບ-ຮັບໜ້າທີ່ ຫົວໜ້າຄະນະຄຸ້ມຄອງ ດ່ານສາກົນ ປາກຊັນ

0
1078

ດ່ານສາກົນ ປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ-ຮັບໜ້າທີ່ ຫົວໜ້າຄະນະຄຸ້ມຄອງດ່ານ ໃນວັນທີ 9 ມິຖຸນາ 2020 ລະຫວ່າງ ທ່ານ ບຸນສົງ ເພັດຈະເລີນ ຫົວໜ້າຄະນະຄຸ້ມຄອງ ດ່ານສາກົນ ປາກຊັນ (ຜູ້ເກົ່າ) ແລະ ພັທ ວົງວິໄລ ອິນທິສານ ຫົວໜ້າຄະນະຄຸ້ມຄອງ ດ່ານສາກົນ ປາກຊັນ (ຜູ້ໃໝ່), ໂດຍມີ ພັທ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ບັນດາພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານ-ລັດຖະກອນ ທີ່ປະຈໍາຢູ່ດ່ານສາກົນ ປາກຊັນ ເຂົ້າຮ່ວມ.

ພິທີມອບ-ຮັບໜ້າທີ່ ຫົວໜ້າຄະນະຄຸ້ມຄອງ ດ່ານສາກົນ ປາກຊັນ

ພັທ ນາງ ສີສົມພອນ ຈະເລີນລາດ ຫົວໜ້າດ່ານຕໍາຫຼວດກວດຄົນເຂົ້າ-ອອກເມືອງ ດ່ານສາກົນ ປາກຊັນ ໄດ້ລາຍງານວ່າ:

ຄະນະຄຸ້ມຄອງດ່ານຊຸດໃໝ່ ຈະໄດ້ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ ເປັນຕົ້ນແມ່ນ ວຽກງານການບໍລິການ, ການຕິດຕາມກວດກາ ວຽກງານວິຊາສະເພາະຕົວຈິງ, ການຄຸ້ມຄອງລາຍຮັບ-ລາຍຈ່າຍ, ການສະຫຼຸບລາຍງານໃຫ້ຂັ້ນເທິງຮັບຊາບ ຢ່າງເປັນປົກກະຕິ, ສຸມໃສ່ວຽກງານຕິດຕາມບັນດາເປົ້າໝາຍຄ້າຂາຍເຖື່ອນທີ່ຜິດຕໍ່ລະບຽບກົດໝາຍ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ພົວພັນປະສານສົມທົບກັບ ບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ອໍານາດການປົກຄອງທ້ອງຖິ່ນ ຢ່າງຕໍ່ເນື່ອງ.

ທັງ 2 ຝ່າຍໄດ້ລົງນາມເຊັນບົດບັນທຶກຮ່ວມກັນ

ນອກຈາກນັ້ນ, ກໍໃຫ້ສືບຕໍ່ພົວພັນຮ່ວມມືກັບຕ່າງປະເທດ ເປັນຕົ້ນແມ່ນ ແຂວງບຶງການ ປະເທດໄທ ເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ວຽກງານວິຊາສະເພາະຮ່ວມກັນ, ສືບຕໍ່ພັດທະນາພື້ນຖານໂຄງລ່າງ ດ່ານສາກົນ ປາກຊັນ ໃຫ້ຕອບສະໜອງໄດ້ກັບ ສະພາບການຂະຫຍາຍຕົວຂອງເສດຖະກິດໃນຍຸກໃໝ່ ໃນດ້ານການບໍລິການສິນຄ້າຜ່ານດ່ານ ໃຫ້ມີຄວາມແຂງແຮງ ແລະ ຖືກຕ້ອງສອດຄ່ອງກັບ ລະບຽບກົດໝາຍ ຢ່າງເຂັ້ມງວດ.

ໃນໂອກາດດຽວກັນ, ກໍໄດ້ຜ່ານບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າຄະນະຄຸ້ມຄອງ ດ່ານສາກົນ ປາກຊັນ ຜູ້ເກົ່າ ແລະ ຜູ້ໃໝ່ ແລ້ວຫຼັງຈາກນັ້ນ 2 ຝ່າຍກໍໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ຢ່າງເປັນທາງການ.

ດ່ານສາກົນ ປາກຊັນ ແຂວງບໍລິຄໍາໄຊ