ຮ່ອງລະບາຍນໍ້າ ອ້ອມອາຄານ, ຕັດແລວນໍ້າ, ເຈາະບໍ່ບາດານ ແລະ ຕິດຕັ້ງອຸປະກອນປໍ້ານໍ້າ ຢູ່ປ້ອມກວດກາກີວລົມ
ຮ່ອງລະບາຍນໍ້າ ອ້ອມອາຄານ, ຕັດແລວນໍ້າ, ເຈາະບໍ່ບາດານ ແລະ ຕິດຕັ້ງອຸປະກອນປໍ້ານໍ້າ ຢູ່ປ້ອມກວດກາກີວລົມ

ໃນວັນທີ 2 ກໍລະກົດ 2020 ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງ ຮ່ອງລະບາຍນໍ້າ ອ້ອມອາຄານ, ຕັດແລວນໍ້າ, ເຈາະບໍ່ບາດານ ແລະ ຕິດຕັ້ງອຸປະກອນປໍ້ານໍ້າ ຢູ່ປ້ອມກວດກາກີວລົມ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ; ໂດຍມີ ພັທ ເຊັງ ມອງປະດິດ ຮອງຫົວ ໜ້າກອງບັນຊາການ ປກສ ແຂວງຫຼວງ ນໍ້າທາ, ທ່ານ ຄຳໄຊ ແກ້ວວິໄລ ອຳນວຍການບໍລິສັດແກ້ວວິໄລກໍ່ສ້າງເຄຫາ-ຊົນ ລະປະທານ ຈຳກັດ, ມີຕ່າງໜ້າຄະນະ ຫ້ອງ, ກອງ, ຄະນະຮັບຜິດຊອບໂຄງ ການກໍ່ສ້າງເຂົ້າຮ່ວມ.

ພັຕ ເກດສະນາ ພິມມະຈັນ ຮອງ ພະແນກກໍ່ສ້າງ ແລະ ຊັບສິນ ປກສ ແຂວງ ໄດ້ກ່າວວ່າ: ໂຄງການດັ່ງກ່າວມີຄື ຕັດແລວນ້ຳກວ້າງ 4 ແມັດ, ລວງຍາວ 100 ແມັດ, ເລິກ 1,5 ແມັດ; ວຽກງານກໍ່ສ້າງຮອງລະບາຍນໍ້າອ້ອມອາຄານກ້ວາງ 0,8 ແມັດ, ຍາວ 86 ແມັດ, ເລິກ 0,8 ແມັດ, ວຽກເຈາະນໍ້າບາດານ ແລະ ຕິດ ຕັ້ງປໍ້ານໍ້າ, ໂຄງການກໍ່ສ້າງດັ່ງກ່າວ, ໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ວັນທີ 8 ມີຖຸນາ 2020, ໂດຍແມ່ນບໍລິສັດແກ້ວວິໄລກໍ່ສ້າງເຄຫາ-ຊົນລະປະທານຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ; ເຊິ່ງມີໜ້າວຽກຫຼັກ 3 ລາຍການ, ລວມມູນຄ່າກໍ່ສ້າງທັງໝົດຕາມສັນຍາຈໍານວນ 90 ລ້ານກີບ. ເຊິ່ງ ແມ່ນງົບປະມານຂອງ ລັດ 100%, ມາຮອດວັນທີ 2 ກໍລະກົດ 2020 ສຳເລັດ 100 %. ຈາກນັ້ນ, ເຈົ້າຂອງໂຄງການ ແລະ ຜູ້ຮັບເໝົາກໍ່ໄດ້ລົງນາມເຊັ່ນບົດບັນທຶກມອບ-ຮັບຢ່າງເປັນທາງການ.

ໂອກາດດັ່ງກ່າວ ພັທ ເຊັງ ມອງປະ ດິດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ບັນດາຄະນະຮັບຜິດຊອບ ແລະ ຜູ້ຮັບເໝົາໂຄງການກໍ່ສ້າງທີ່ໄດ້ເອົາໃຈໃສ່ປະຕິບັດໂຄງການຈົນສຳເລັດ ແລະ ທັນ ກັບເວລາທີໄດ້ກຳນົດໄວ້, ພ້ອມທັງຮຽກ ຮ້ອງໃຫ້ຄະນະຮັບຜິດຊອບ ກໍຄືອ້າຍນ້ອງທີ່ປະຈຳການຢູ່ປ້ອມກວດກາຈົ່ງພ້ອມກັນປົກປັກຮັກສາ ແລະ ນຳໃຊ້ ໃຫ້ເກີດປະໂຫຍດແກ່ສ່ວນລວມ.