ພັທ ຈັນທາ ຜາລີວົງ ປະດັບ ຫຼຽນກຽດຕິຄຸນ ໃຫ້ສະມາຊິກສະຫະພັນນັກຮົບເກົ່າຜູ້ທີ່ມີຜົນງານດີເດັ່ນ
ພັທ ຈັນທາ ຜາລີວົງ ປະດັບ ຫຼຽນກຽດຕິຄຸນ ໃຫ້ສະມາຊິກສະຫະພັນນັກຮົບເກົ່າຜູ້ທີ່ມີຜົນງານດີເດັ່ນ

ວັນທີ 7 ກໍລະກົດ 2020, ທີ່ສະໂມສອນບ້ານໂພນໄຊ ເມືອງ ແລະ ແຂວງຫຼວງນໍ້າທາ ໄດ້ມີພິທີປະດັບ ຫຼຽນກຽດຕິຄຸນ ໃຫ້ສະມາຊິກສະຫະພັນນັກຮົບເກົ່າຜູ້ທີ່ມີຜົນງານໃນການປະກອບສ່ວນເຂົ້າໃນການປະຕິວັດ; ເປັນປະທານໂດຍ ພັທ ຈັນທາ ຜາລີວົງ ຄະນະບໍລິຫານງານສະຫະພັນນັກຮົບເກົ່າແຂວງ ປະທານສະຫະພັນນັກຮົບເກົ່າເມືອງ, ມີ ພັທ ຄໍາວັນໄຊ ແສນຫຼວງລາດ ຮອງປະທານສະຫະພັນນັກຮົບເກົ່າແຂວງ ພ້ອມດ້ວຍອົງການຈັດຕັ້ງບ້ານ ຕະຫຼອດຮອດສະມາຊິກສະຫະພັນນັກຮົບເກົ່າ ເຂົ້າຮ່ວມ.

ໃນພິທີ, ໄດ້ມີການຜ່ານຂໍ້ຕົກລົງ ເລກທີ 67/ສນມ, ລົງວັນທີ 29 ມິຖຸນາ 2020 ວ່າດ້ວຍການປະດັບຫຼຽນກຽດຕິຄຸນກອງທັບປະຊາຊົນລາວ ໃຫ້ອະດີດນາຍທະຫານກອງທັບປະຊາຊົນລາວ ທີ່ພັກຜ່ອນບໍານານຂຶ້ນກັບສະຫະພັນ ນັກຮົບເກົ່າແຫ່ງຊາດ; ໂດຍປະທານສະຫະພັນນັກຮົບເກົ່າເມືອງຫຼວງນໍ້າທາ ຕົກລົງປະດັບຫຼຽນກຽດຕິຄຸນໃຫ້ 3 ທ່ານ ທີ່ແມ່ນສະມາຊິກນັກຮົບເກົ່າ ຄື: ທ່ານ ບຸນມີ ຈິດດຳລົງ, ທ່ານ ບຸນມາ ວິລາວົງ ແລະ ທ່ານ ຄຳມິງ ທອງສະຫວັນ; ປະດັບຫຼຽນໂດຍ ພັທ ຈັນທາ ຜາລີວົງ.

ໂອກາດດຽວກັນນີ້, ພັທ ຈັນທາ ຜາລີວົງ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ບັນດາທ່ານນັກຮົບເກົ່າທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາປະກອບສ່ວນເຂົ້າ ໃນການປະຕິວັດໄດ້ດີຕະຫຼອດມາ ພ້ອມທັງຮຽກຮ້ອງໃຫ້ສືບຕໍ່ເປັນທີ່ເພິ່ງ, ເປັນ ຮົ່ມໂພຮົ່ມໄຊ ແລະ ຊ່ວຍສັ່ງສອນພະ ນັກງານຮຸ່ນໜຸ່ມ ໃຫ້ມີແນວຄິດຫຼັກໝັ້ນຕໍ່ການປະຕິວັດ.