ໃນວັນທີ 19 ກໍລະກົດ 2020, ທ່ານ ປອ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ, ກ່ອນອື່ນ ທ່ານລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເຂົ້າພົບປະກັບການນຳ ແຂວງຜົ້ງສາລີ ເພື່ອລາຍງານຈຸດປະສົງການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກໃຫ້ການນຳແຂວງຜົ້ງສາລີ ພ້ອມທັງຮັບຟັງການລາຍງານສະພາບຈຸດພິເສດ ແລະ ການພັດນາເສດຖະກິດ-ສັງຄົມຂອງແຂວງຜົ້ງສາລີ ຈາກ ທ່ານ ຄຳຜອຍ ວັນນະສານ ຮັກສາການ ເລຂາພັກແຂວງ ເຈົ້າແຂວງໆຜົ້ງສາລີ. ໃນໂອກາດດັ່ງກ່າວ, ທ່ານ ປອ ຄຳມະນີ ອິນທິລາດ ຕາງໜ້າກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ນຳເງິນສົດ 50 ລ້ານກີບ ມອບໃຫ້ແກ່ແຂວງຜົ້ງສາລີ.

ພ້ອມນີ້, ທ່ານລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ພົບປະໂອ້ລົມກັບພະນັກງານຂອງ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ແລະ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຜົ້ງສາລີ ເຊິ່ງທ່ານໄດ້ຮັບຟັງການລາຍງານສະພາບການໂດຍລວມ ຂົງເຂດພະແນກພະລັງງານ ແລະ ບໍ່ແຮ່ ແຂວງຜົ້ງສາລີ ຈາກ ທ່ານ ວິສອນ ລາວເມົາ ກຳມະການພັກແຂວງ ເລຂາຄະນະພັກ ຫົວຫນ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງຜົ້ງສາລີ ໂດຍສະເພາະວຽກງານການເມືອງ-ແນວຄິດ, ວຽກງານຈັດຕັ້ງພັກ-ພະນັກງານ, ດ້ານການພັດທະນາພະລັງງານໄຟຟ້າ, ວຽກທໍລະນີສາດ ແລະ ບໍ່ແຮ່ ແລະ ວຽກງານ 3 ສ້າງ.

ເຊິ່ງປັດຈຸບັນ 7 ເທດສະບານເມືອງທົ່ວແຂວງ ໄດ້ຊົມໃຊ້ໄຟຟ້າ, ມີ 46 ກຸ່ມ, ມີ 327 ບ້ານ ກວມ 63,37%, ມີເຂື່ອນໄຟຟ້ານໍ້າຕົກທີ່ພວມຜະລິດກະແສໄຟຟ້າ 3 ແຫ່ງ ຄື: ເຂື່ອນນໍ້າອູ 6, ເຂື່ອນນໍ້າອູ 5, ເຂື່ອນນໍ້າບູນ 1, ມີກຳລັງຕິດຕັ້ງທັງໝົດ 420,11 MW.

ໃນ 6 ເດືອນຕົ້ນປີ 2020, ຜະລິດໄດ້ 78,04 ລ້ານ KW/h ແລະ ພວມດຳເນີນການກໍ່ສ້າງມີ ເຂື່ອນນໍ້າອູ 4, ເຂື່ອນນໍ້າອູ 7 ແລະ ມີສະຖານີໄຟຟ້າທັງໝົດ 6 ແຫ່ງ ; ມີໂຄງການຊອກຄົ້ນ-ສໍາຫຼວດແຮ່ທາດມີ 5 ໂຄງການ, ໂຄງການຂຸດຄົ້ນສົ່ງອອກ 13 ໂຄງການ ມີ 11 ບໍລິສັດ.

ທ່ານລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເນັ້ນໃຫ້ພະນັກງານຂົງເຂດພະລັງງານ ແລະ ບໍ່ແຮ່ແຂວງ ແລະ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຜົ້ງສາລີ ໃຫ້ມີສະຕິໃນການບໍລິໂພກຂ່າວຜ່ານສື່ອອນລາຍ, ໃຫ້ສືບຕໍ່ການຂະຫຍາຍໄຟຟ້າສູ່ເຂດຊົນນະບົດ, ການກວດກາການຄິດໄລ່ຄ່າໄຟຟ້າຕາມນະໂຍບາຍໃໝ່ຂອງລັດຖະບານ, ການຈົດຕົວເລກຈາກໝໍ້ນັບໄຟ ແລະ ຄິດໄລຕ້ອງໃຫ້ຊັດເຈນ ພ້ອມທັງເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານຂົງເຂດຕົນເປັນປົກກະຕິ, ຄົ້ນຄວ້າເຊື່ອມຊຶມແນວທາງ, ລະບຽບກົດໝາຍມະຕິຕ່າງໆ, ເອົາໃຈໃສ່ໃນວຽກງານການຈັດຕັ້ງ, ມີການຕຳນິສົ່ງຂ່າວກໍ່ສ້າງເຊິ່ງກັນ ແລະ ກັນ, ປຶກສາຫາລືເປັນເອກະພາບ, ມີການແບ່ງຄວາມຮັບຜິດຊອບ, ກວດກາ, ຕີລາຄາ ແລະ ປະເມີນຜົນວຽກງານເປັນແຕ່ລະໄລຍະ, ປະສານສົມທົບກັບອົງການປົກຄອງແຕ່ລະຂັ້ນ ຢ່າງເປັນລະບົບຄົບຊຸດ ແລະ ອື່ນໆ.

ໂອກາດນີ້, ຍັງໄດ້ມອບເງິນສົດ 10 ລ້ານກີບ ໃຫ້ໜ່ວຍແມ່ຍິງພະແນກພະລັງງານ-ບໍ່ແຮ່ແຂວງ ແລະ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຜົ້ງສາລີ ເນື່ອງໃນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ. ນອກນີ້, ທ່ານຍັງໄດ້ຢ້ຽມຊົມ ເຂື່ອນໄຟຟ້ານໍ້າຕົກນໍ້າອູ 6 ເຊິ່ງຢູ່ຫ່າງຈາກເທດສະບານເມືອງຜົ້ງສາລີ 24 km ໂດຍແມ່ນບໍລິສັດໄຟຟ້ານໍ້າອູຈຳກັດ ລົງທຶນກໍ່ສ້າງ ແລະ ເປີດການຜະລິດໃນປີ 2016, ມີກຳລັງຕິດຕັ້ງ 180 MW, ເຊິ່ງ 6 ເດືອນຕົ້ນປີ 2020 ຜະລິດໄດ້ 32,46 ລ້ານ KW/h.