ໃນອາທິດທີ່ຜ່ານມານີ້, ຄະນະສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ພິຈາລະນາຕັດສິນຊາຍ ອາຍຸ 63 ປີ ໃນຂໍ້ຫາມີຢາບ້າໄວ້ໃນຄອບຄອງນໍ້າໜັກ 6,4 ກຼາມ ໂດຍໄດ້ຕັດສິນລົງໂທດຕັດອິດສະລະພາບ 2 ປີກວ່າ ພ້ອມທັງປັບໃໝອີກ 5 ລ້ານກີບ.

ອົງການໄອຍະການປະຊາຊົນແຂວງອຸດົມໄຊ ຖະແຫຼງຄໍາສັ່ງຟ້ອງໃຫ້ຮູ້ວ່າ: ໃນວັນທີ 16 ມີນາ 2020, ເຈົ້າໜ້າທີ່ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງອຸດົມໄຊ ໄດ້ນໍາກໍາລັງເຂົ້າກວດຄົ້ນເຮືອນຂອງ ທ້າວ ໄມ່ຜົງ ອາຍຸ 63 ປີ ຢູ່ບ້ານກໍນ້ອຍ ເມືອງໄຊ ແຂວງອຸດົມໄຊ ພາຍຫຼັງທີ່ໄດ້ຮັບລາຍງານວ່າ ມີການເຄື່ອນໄຫວເສບຢາເສບຕິດ. ຜ່ານການກວດຄົ້ນຕົວຈິງ, ໄດ້ພົບເຫັນຢາບ້າ ຈໍານວນ 64 ເມັດ ນ້ໍາໝັກ 6,4 ກຼາມ ຢູ່ໃນຖົງໂສ້ງເບື້ອງຂວາຂອງຜູ້ກ່ຽວ; ຈຶ່ງໄດ້ກັກຕົວໄປດໍາເນີນຄະດີ. ຜ່ານການສືບສວນ-ສອບສວນ, ຜູ້ກ່ຽວໃຫ້ການຮັບສາລະພາບວ່າ: ໃນເວລາ 18:00 ໂມງຂອງວັນທີ 15 ມີນາ 2020 ໄດ້ໄປຊອກຊື້ຢາບ້າຢູ່ເຂດບ້ານ ຫ້ວຍຕອງ ເມືອງໄຊ ເພື່ອມາເສບ. ພໍຍ່າງຮອດຂົວນ້ໍາກໍເຂດບ້ານກໍນ້ອຍ, ໄດ້ພົບເຫັນຊາຍບໍ່ຮູ້ຊື້ ແລະ ບໍ່ຮູ້ບ່ອນຢູ່ຍ່າງມາຕາມທາງຈຶ່ງໄດ້ຖາມຊື້ຢາບ້ານໍາ ຈໍານວນ 69 ເມັດ. ເມື່ອໄດ້ຢາບ້າແລ້ວ, ກໍນໍາໄປເສບຢູ່ເຮືອນ ຈໍານວນ 3 ເມັດ; ຈາກນັ້ນ, ມື້ຕໍ່ມາກໍເສບອີກ 2 ເມັດ, ຍັງເຫຼືອ 64 ເມັດ ຈຶ່ງຖືກເຈົ້າໜ້າທີ່ກັກຕົວໄປສອບສວນ.

ຜ່ານການຄົ້ນຄວ້າ, ກວດກາບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີຢ່າງຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວເຫັນ ວ່າ: ທ້າວ ໄມ່ຜົງ (ຈໍາເລີຍ) ໄດ້ເປັນຜູ້ກະທໍາຜິດຕາມຂໍ້ກ່າວຫາແທ້, ເຊິ່ງມັນສະແດງອອກຕາມບົດບັນທຶກການກວດຄົ້ນເຄຫາສະຖານ ແລະ ຄໍາໃຫ້ການຂອງຈໍາເລີຍ ສະບັບລົງວັນທີ 16 ມີນາ 2020 ທີ່ໄດ້ອ້າງອີງມາຂ້າງເທິງຢ່າງແທ້ຈິງ.

ພ້ອມນັ້ນ, ຍັງເຫັນວ່າຈໍາເລີຍ ເປັນບຸກຄົນທີ່ມີສະຕິສໍາປະຊັນຍະສົມບູນ ແລະ ເຖິງກະສຽນອາຍຸທາງອາຍາຄົບຖ້ວນ ແລະ ຈໍາເລີຍສາມາດຮູ້ໄດ້ວ່າ: ການມີຢາບ້າໄວ້ໃນຄອບຄອງ ເພື່ອເສບເປັນສິ່ງທີ່ຜິດຕໍ່ປະມວນກົດໝາຍອາຍາ ທີ່ກໍານົດໂທດທາງອາຍາ ແລະ ຢາເສບຕິດຈໍານວນດັ່ງກ່າວກໍໄດ້ຜ່ານການພິສູດ-ວິໄຈຢາເສບຕິດແລ້ວ ແມ່ນບັນຈຸສານເສບຕິດຕາມໃບຢັ້ງຢືນຜົນການພິສູດ-ວິໄຈຢາເສບຕິດ ເລກທີ 2735/ປອຊ, ລົງວັນທີ 22 ມິຖຸນາ 2020; ແຕ່ຈໍາເລີຍຍັງກະທໍາຜິດໂດຍເຈດຕະນາ ດ້ວຍການມີຢາບ້າໄວ້ໃນຄອບຄອງເພື່ອເສບ.

ຕໍ່ກັບການກະທໍາຜິດຂອງທ້າວ ໄມ່ຜົງ ໃນຄັ້ງນີ້, ເປັນການກະທໍາຜິດທາງອາຍາ ໃນຂໍ້ຫາການມີຢາບ້າໄວ້ໃນຄອບຄອງຕາມປະມວນກົດໝາຍອາຍາມາດຕາ 315 ວັກ 1 ໄດ້ລະບຸໄວ້ ວ່າ: ບຸກຄົນຜູ້ໃດຫາກຜະລິດ, ປຸງແຕ່ງ, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ ຫຼື ນໍາເຂົ້າ, ສົ່ງອອກ ຫຼື ນໍາຢາອີ, ຢາບ້າ, ຢາໄອສ໌ (Ice) ຫຼື ວັດຖຸອອກລິດຕໍ່ຈິດປະສາດຜ່ານສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່າກວ່າໜຶ່ງຮ້ອຍ (100) ກຣາມ ຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າ ປີ ຫາ ສິບປີ ແລະ ຈະຖືກປັບໃໝແຕ່ 10.000.000 ກີບ ຫາ 100.000.000 ກີບ ແລະ ຈະຖືກຮິບຊັບ.

ດ້ວຍເຫດນີ້, ຄະນະສານອາຍາຂັ້ນຕົ້ນຂອງສານປະຊາຊົນແຂວງ ອຸດົມໄຊ ຈຶ່ງຕັດສິນລົງໂທດຈໍາເລີຍ ແລະ ຮິບຢາບ້າ ຈໍານວນ 64 ເມັດ ນ້ໍາໜັກ 6,4 ກຼາມ ໄປທໍາລາຍຖິ້ມຕາມກົດໝາຍ ພ້ອມທັງລົງໂທດຕັດອິດສະລະພາບຈໍານວນ 2 ປີ 6 ເດືອນ; ປັບໃໝ 5.000.000 ກີບ ແລະ ໃຊ້ແທນຄ່າທໍານຽມສານ ຈໍານວນ 275.000 ກີບ ຄືນໃຫ້ແກ່ລັດ.