ປະທານ ກຸ່ມບໍລິສັດດອກງິ້ວ ເຂົ້າຢ້ຽມຂ່ຳນັບທ່ານເຈົ້າແຂວງໆຊຽງຂວາງ
ປະທານ ກຸ່ມບໍລິສັດດອກງິ້ວ ເຂົ້າຢ້ຽມຂ່ຳນັບທ່ານເຈົ້າແຂວງໆຊຽງຂວາງ

ທ່ານ ຈ່າວເຫວີຍ ປະທານ ກຸ່ມບໍລິສັດດອກງິ້ວ ເຂດພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ໃນລະຫ່ວາງວັນທີ 12-13 ສິງຫາ 2020; ເຊິ່ງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ.

ທ່ານເຈົ້າແຂວງໆຊຽງຂວາງ ກ່າວວ່າ: ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະຜ່ານມາ, ເເຂວງໄດ້ຖືເອົາບູລິມະສິດໃນການພັດທະນາຂອງແຂວງ ຄື: ການລ້ຽງສັດໃຫຍ່ເປັນສິນຄ້າ, ການທ່ອງທ່ຽວ ແລະ ການປຸງແຕ່ງ ແຮ່ທາດ, ກະສິກໍາແຂວງຊຽງຂວາງ ມີທ່າແຮງຫຼາຍດ້ານອາກາດເໝາະສົມ, ປະຊາຊົນມີມູນເຊື້ອດຸໝັ່ນໃນການປູກຝັງ-ລ້ຽງສັດ, ພູມສັນຖານເໝາະສົມ; ໄດ້ເຮັດໃຫ້ນັກທຸລະກິດທັງພາຍໃນ ແລະ ຕ່າງປະ ເທດ ມີຄວາມສົນໃຈເຂົ້າມາລົງທຶນຢູ່ແຂວງຊຽງຂວາງ; ແຂວງໄດ້ອຳນວຍຄວາມສະດວກຂັ້ນຕອນຂອງການລົງທຶນ ເພື່ອເຮັດໃຫ້ການລົງ ທຶນມີປະສິດທິຜົນສູງ.

ປະທານ ກຸ່ມບໍລິສັດດອກງິ້ວ ທ່ຽວຊົມມໍລະດົກໂລກ ທົ່ງໄຫຫີນ
ປະທານ ກຸ່ມບໍລິສັດດອກງິ້ວ ທ່ຽວຊົມມໍລະດົກໂລກ ທົ່ງໄຫຫີນ

ທ່ານປະທານກຸ່ມບໍລິສັດດອກ ງິ້ວ ເຂດພິເສດສາມຫຼ່ຽມຄຳ ກໍໄດ້ກ່າວເຖິງການລົງທຶນຢູ່ແຂວງຊຽງຂວາງ, ເຊິ່ງທ່ານໄດ້ກ່າວວ່າ: ທາງບໍລິສັດມີຄວາມສົນໃຈຈະລົງທຶນໃນຂະແໜງການທ່ອງທ່ຽວ-ໂຮງແຮມ, ລ້ຽງສັດ, ໂຮງງານຜະລິດຢາສະໝູນໄພພື້ນເມືອງ ແລະ ສະໜາມກັອບ; ນອກນັ້ນ, ການຢ້ຽມຢາມແຂວງຊຽງຂວາງ ໃນຄັ້ງນີ້, ທາງບໍລິສັດກໍໄດ້ເຮັດວຽກນຳພະແນກແຜນການ ແລະ ການລົງທຶນ ພ້ອມດ້ວຍພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ, ພ້ອມກັນລົງກວດເບິ່ງເນື້ອທີ່ ທີ່ຈະລົງທຶນຢູ່ເຂດເສດຖະກິດພິເສດຄັງໜອງຫຼວງ, ເນື້ອທີ່ຢູ່ຫ້ວຍເທີນ ເມືອງແປກ ແຂວງ ຊຽງຂວາງ, ຢ້ຽມຊົມຟາມງົວຂອງບໍລິສັດພັດທະນາກະສິກຳລາວ-ຍີປຸ່ນ ຈຳກັດ, ຟາມແກະຂອງກອງທັບ, ທົ່ງໄຫຫີນ, ສະໜາມກັອບຂອງບໍລິສັດວຽງວອນ.