ຖວທ ແຂວງອັດຕະປື ໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນແຫ່ງຊາດ ແລະ ການພິມຈຳໜ່າຍລາວ ຄົບຮອບ 70 ປີ
ຖວທແຂວງອັດຕະປື ໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນແຫ່ງຊາດ ແລະ ການພິມຈຳໜ່າຍລາວ ຄົບຮອບ 70 ປີ

ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງອັດຕະປື ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນແຫ່ງຊາດ ແລະ ການພິມຈຳໜ່າຍລາວ ຄົບຮອບ 70 ປີ (13 ສິງຫາ 1950-13 ສິງຫາ 2020) ທີ່ຫ້ອງວ່າການປົກຄອງເມືອງສາມັກຄີໄຊ ແຂວງອັດຕະປື ໃນວັນທີ 10 ສິງຫາ 2020; ໂດຍມີ ທ່ານ ບຸນຮຽນ ແກ້ວບົວພາດ ປະທານກວດກາພັກ-ລັດແຂວງ, ມີຄະນະພະແນກການອ້ອມ ຂ້າງແຂວງ, ຫ້ອງການ ຖວທ 5 ຕົວເມືອງ ແລະ ບັນດາສື່ມວນຊົນຈາກພາກສ່ວນຕ່າງໆທົ່ວແຂວງອັດຕະ ປືເຂົ້າຮ່ວມ.

ທ່ານ ນາງ ບຸນນານ ບຸນນະແສງ ຫົວໜ້າພະແນກ ຖວທ ແຂວງ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ແລະ ຜົນງານອັນໃຫຍ່ຫຼວງຂອງສື່ມວນຊົນແຫ່ງຊາດ ແລະ ວຽກງານສື່ມວນຊົນໃນແຂວງອັດຕະປື ຕະຫຼອດໄລຍະ 70 ປີຜ່ານມາ ເຊິ່ງໄດ້ເປັນກະບອກສຽງຂອງພັກ-ລັດໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ; ລະບຽບກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ວຽກງານສື່ມວນຊົນໄດ້ຮັບການພັດທະນາ ແລະ ມີຄວາມເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະ ພາບສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ໃຫ້ວຽກງານ ສື່ມວນຊົນໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ.

ໃນພິທີໄດ້ມີການມອບໃບຍ້ອງຍໍ ແລະ ໃບຊົມເຊີຍຂອງທ່ານເຈົ້າແຂວງ ເພື່ອສັນລະເສີນຜົນງານໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນປະກອບສ່ວນເຂົ້າໃນວຽກງານສື່ມວນຊົນໃນຜ່ານມາ; ໃນນີ້, ໄດ້ມອບໃບຍ້ອງຍໍກົມກອງລວມໝູ່ ມີ 14 ໃບ, ມອບໃບຍ້ອງຍໍບຸກຄົນ 61 ໃບ; ມອບໃບຊົມເຊີຍ 19 ໃບ. ນອກຈາກນັ້ນ, ຍັງໄດ້ມອບຂອງຂວັນລາງວັນໃຫ້ນັກສື່ມວນຊົນທີ່ໄດ້ສົ່ງບົດຂ່າວສຳພາດ ແລະ ສະຄຣັບ ລາຍການວິທະຍຸຕື່ມອີກ.
ຕອນທ້າຍ.

ຖວທ ແຂວງອັດຕະປື ມອບໃບຍ້ອງຍໍກົມກອງລວມໝູ່ ມີ 14 ໃບ, ມອບໃບຍ້ອງຍໍບຸກຄົນ 61 ໃບ; ມອບໃບຊົມເຊີຍ 19 ໃບ ໃຫ້ພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ມີຜົນງານດີເດັ່ນໃນປະການປະກອບສ່ວນເຂົ້າໃນວຽກງານສື່ມວນຊົນ
ຖວທແຂວງອັດຕະປື ມອບໃບຍ້ອງຍໍກົມກອງລວມໝູ່ ມີ 14 ໃບ, ມອບໃບຍ້ອງຍໍບຸກຄົນ 61 ໃບ; ມອບໃບຊົມເຊີຍ 19 ໃບ ໃຫ້ພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ມີຜົນງານດີເດັ່ນໃນປະການປະກອບສ່ວນເຂົ້າໃນວຽກງານສື່ມວນຊົນ

ທ່ານ ບຸນຮຽນ ແກ້ວບົວພາດ ຍັງໄດ້ໂອ້ລົມຕໍ່ພິທີ ໂດຍໄດ້ຍ້ອງຊົມເຊີຍຕໍ່ຜົນງານຂອງສື່ມວນຊົນທົ່ວແຂວງອັດຕະປື ທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ເນັ້ນໃຫ້ສືບຕໍ່ຮັກສາມູນເຊື້ອອັນດີງາມໃນການປະຕິບັດວຽກງານສື່ມວນຊົນໃນຕໍ່ໜ້າ ເພື່ອເປັນກະບອກສຽງອັນແຫຼມຄົມຂອງພັກ-ຂອງຊາດ, ສາມາດນຳສະເໜີເຫດການ, ຂໍ້ມູນ, ຂ່າວສານ, ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕ່າງໆຂອງການຈັດ ຕັ້ງແຕ່ລະຂັ້ນ; ເປັນຂົວຕໍ່ລະຫວ່າງພັກ-ລັດ ກັບປະຊາຊົນໄດ້ຮັບຮູ້ຢ່າງທົ່ວເຖິງ ໂດຍຜ່ານສື່ຕ່າງໆ ເຊັ່ນ: ວິທະຍຸ, ໂທລະພາບ, ວາລະສານ, ໜັງສືພິມ ແລະ ສື່ສັງຄົມອອນລາຍຕາມຂໍ້ກຳນົດ ແລະ ລະບຽບການ.