ເມືອງງາ ແຂວງອຸດົມໄຊ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ (13 ສິງຫາ 1950-13 ສິງຫາ 2020) ໃນວັນທີ 8 ກັນຍາ 2020; ເຂົ້າຮ່ວມມີ ທ່ານ ວັນນາ ແກ້ວສັນຕິ ປະທານແນວລາວສ້າງຊາດແຂວງອຸດົມໄຊ, ທ່ານ ນາງ ມະນີຈັນ ວິໄລຈິດ ເຈົ້າເມືອງໆງາ, ມີການນຳ, ອະ ດີດການນຳ, ຜູ້ຊົງຄຸນວຸດທິອາວຸໂສບຳນານ, ພະນັກງານລັດຖະກອນ, ປກຊ-ປກສ ເມືອງ ເຂົ້າຮ່ວມ.

ທ່ານ ນາງ ມະນີຈັນ ວິໄລຈິດ ເຈົ້າເມືອງ ເມືອງງາ
ທ່ານ ນາງ ມະນີຈັນ ວິໄລຈິດ ເຈົ້າເມືອງ ເມືອງງາ

ທ່ານ ນາງ ມະນີຈັນ ວິໄລຈິດ ກ່າວວ່າ: ແນວລາວສ້າງຊາດໄດ້ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນສະຫງ່າ ລາສີຂອງແນວລາວອິດສະຫຼະ ແລະ ແນວ ລາວຮັກຊາດເຊິ່ງໄດ້ເຕົ້າໂຮມຄວາມສາ ມັກຄີປະຊາຊົນລາວບັນດາເຜົ່າເຂົ້າໃນ ການຕໍ່ສູ້ໃນເມື່ອກ່ອນ ແລະ ການປະຕິບັດສອງໜ້າທີ່ຍຸດທະສາດໃນປັດຈຸບັນ, ທັງແມ່ນຜົນງານລວມຂອງປະຊາຊົນ ລາວ ແລະ ຂອງຊາດ.

ແນວລາວສ້າງຊາດ ແມ່ນອົງການຈັດຕັ້ງສໍາພັນທາງດ້ານການເມືອງຂອງທົ່ວສັງຄົມ, ເປັນສະຫະພັນຂອງອົງການ-ການເມືອງ, ອົງການຈັດຕັ້ງສັງຄົມ ແລະ ບຸກຄົນທີ່ເປັນຕົວ ແທນໃຫ້ແກ່ຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດ-ໄວ ລວມທັງຕົວແທນຄົນເຊື້ອຊາດລາວທີ່ດໍາລົງຊີວິດຢູ່ຕ່າງປະເທດ; ທັງເປັນເປົ້າໝາຍຮັບໃຊ້ການປະຕິວັດ, ຊາດລາວແມ່ນຊາດໜຶ່ງທີ່ມີເຂດນໍ້າແດນດິນອຸດົມສົມບຸນ, ມີຫຼາຍຊົນເຜົ່າ, ມີມູນເຊື້ອສາມັກຄີປອງດອງທົ່ວປວງຊົນ ແລະ ມີປະຫວັດສາດການຕໍ່ສູ້ທີ່ອົງອາດກ້າຫານຂອງບັນດາວິລະບຸລຸດຫຼາຍໆສະໄໝນັບແຕ່ພັກຄອມມູນິດອິນດູຈີນໄດ້ຮັບ ການສ້າງຕັ້ງຂຶ້ນໃນປີ 1930 ໃນເງື່ອນໄຂໃໝ່ທີ່ພັກຍັງມີກໍາລັງອ່ອນນ້ອຍ ທັງປິດລັບ.

ພັກໄດ້ອີງໃສ່ອົງການຈັດຕັ້ງແນວໂຮມເປັນຜູ້ຕາງຫນ້າເຄື່ອນໄຫວ ປຸກລະດົມຂົນຂວາຍ ແລະ ເຕົ້າໂຮມກໍາລັງແຮງຂອງມະຫາຊົນ; ພາຍໃຕ້ການນໍາພາຂອງພັກຄອມມູນິດອິນດູຈີນ, ອົງຄະນະພັກແຄວ້ນລາວ, ອົງການແນວລາວອິດສະຫຼະ, ອົງການແນວລາວສ້າງຊາດໄດ້ຮັບການສ້າງຕັ້ງ ແລະ ຂະຫຍາຍ ຕົວມາເປັນເວລາ 70 ປີ ເຊິ່ງໄດ້ແບ່ງອອກ ເປັນ 3 ໄລຍະ ຄື: ແນວລາວອິດສະຫຼະ, ແນວລາວຮັກຊາດ ແລະ ແນວລາວສ້າງຊາດໃນປັດຈຸບັນ.

ພະນັກງານໃນກົມກອງອ້ອມຂ້າງ ເມືອງງາ ໄດ້ຮັບໃບຍ້ອງຍໍຈາກຜົນງານປະກອບສ່ວນເຂົ້າໃນວຽກງານຕ່າງໆໃນໄລຍະຜ່ານມາ
ພະນັກງານໃນກົມກອງອ້ອມຂ້າງ ເມືອງງາ ໄດ້ຮັບໃບຍ້ອງຍໍຈາກຜົນງານປະກອບສ່ວນເຂົ້າໃນວຽກງານຕ່າງໆໃນໄລຍະຜ່ານມາ

ຜ່ານການເຄື່ອນໄຫວອັນລະອິດລະ ອ້ຽວ, ເຊິ່ງມີຫຼາຍຜົນງານທີ່ຄວນຖອດ ຖອນເປັນບົດຮຽນ, ໃນນາມພະນັກງານ, ສະມາຊິກພັກ, ພວກເຮົາຕ້ອງເສີມຂະ ຫຍາຍມູນເຊື້ອຂອງແນວລາວສ້າງຊາດ ໂດຍການເພີ່ມທະວີຄວາມສາມັກຄີປອງດອງປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດໄວ ພາຍໃຕ້ການນໍາພາຂອງພັກ, ຖືຄວາມສາມັກຄີເປັນອັນໜຶ່ງອັນດຽວເພື່ອຮັບປະກັນໄຊຊະນະ ແລະ ຜົນສໍາເລັດ.

ພະນັກງານໃນກົມກອງອ້ອມຂ້າງ ເມືອງງາ ໄດ້ຮັບໃບຍ້ອງຍໍຈາກຜົນງານປະກອບສ່ວນເຂົ້າໃນວຽກງານຕ່າງໆໃນໄລຍະຜ່ານມາ
ພະນັກງານໃນກົມກອງອ້ອມຂ້າງເມືອງງາ ໄດ້ຮັບໃບຍ້ອງຍໍຈາກຜົນງານປະກອບສ່ວນເຂົ້າໃນວຽກງານຕ່າງໆໃນໄລຍະຜ່ານມາ
ພະນັກງານໃນກົມກອງອ້ອມຂ້າງ ເມືອງງາ ໄດ້ຮັບໃບຍ້ອງຍໍຈາກຜົນງານປະກອບສ່ວນເຂົ້າໃນວຽກງານຕ່າງໆໃນໄລຍະຜ່ານມາ
ພະນັກງານໃນກົມກອງອ້ອມຂ້າງເມືອງງາ ໄດ້ຮັບໃບຍ້ອງຍໍຈາກຜົນງານປະກອບສ່ວນເຂົ້າໃນວຽກງານຕ່າງໆໃນໄລຍະຜ່ານມາ