ປກສ ແຂວງອັດຕະປື ເຜີຍແຜ່ແຜນປ້ອງກັນ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ

0
1066

ໃນວັນທີ 9 ກັນຍາ ຜ່ານມາ, ກອງບັນຊາການ ປກສ ແຂວງອັດຕະປື ໄດ້ເຜີຍແຜ່ແຜນປ້ອງກັນກອງປະຊຸມໃຫ່ຍຂອງອົງຄະນະພັກແຂວງອັດຕະປື ສະໄໝທີ XI ໂດຍການເປັນປະທານຂອງ ພັທ ປອ ບຸນຊູ ສູລິນັນທອງ ຮອງກອງບັນຊາການ ປກສ ແຂວງ ທັງເປັນຮອງຄະນະຮັບຜິດຊອບຈຸປ້ອງກັນກອງປະຊຸມ, ມີຄະນະຫ້ອງ, ກອງພັນເຄື່ອນທີ່, ແລະ ປກສ 5 ຕົວເມືອງ ເຂົ້າຮ່ວມ.

ໃນພີທີ, ພັທ ສັກສິດ ສີພັນດວງ  ຫົວໜ້າຫ້ອງການ ກອງບັນຊາການ ກໍໄດ້ຜ່ານແຜນການຈຸປ້ອງກັນ, ໃນນັ້ນ ໄດ້ແບ່ງອອກເປັນ 12 ຈຸປ້ອງກັນ ແຕ່ລະຈຸດທີ່ສໍາຄັນ ເປັນຕົ້ນ ຈຸປະສານງານຮັບສ່ອງແສງລາຍງານສະພາບ, ຈຸປ້ອງກັນຫໍປະຊຸມໃຫ່ຍ, ຈຸປ້ອງກັນຢູ່ໂຮງແຮມຮວ່າງແອັງອັດຕະປື, ຈຸປ້ອງກັນສາຍທາງຫຼວງ, ຈຸປ້ອງກັນຂະບວນລົດແຂກ, ຈຸເຄື່ອນໄຫວກວດກາລາດຕະເວນ ແລະ ປ້ອງກັນສະຖານທີ່ຮ້ານຮັບປະທານອາຫານຂອງການນຳ, ຈຸສືບຂ່າວເກັບກຳສະພາບລວມ, ຈຸຄຸ້ມຄອງຄົນຕ່າງປະເທດຢູ່ພາຍໃນແຂວງ, ຈຸດປ້ອງກັນຄ້າຍຄຸມຂັງ – ດັດສ້າງ, ຈຸລົງຊຸກຢູ້ວຽກງານປ້ອງກັນຄວາມສະຫງົບຢູ່ ປກສ 5 ຕົວເມືອງ, ຈຸສືບເກັບກໍາສະພາບທີ່ເກີດຂຶ້ນ ແລະ ຈຸປ້ອງກັນລໍຖ້າແກ້ໄຂສະພາບອັກຄີໄພທີ່ເກີດຂຶ້ນ.

ຕອນທ້າຍ, ພັທ ປອ ບຸນຊູ ສຸລິນັນທອງ ກໍໄດ້ໂອ້ລົມພະນັກງານ- ນັກຮົບທີ່ໄດ້ແຕ່ງຕັ້ງສັບຊ້ອນໃສ່ແຕ່ລະຈຸປ້ອງກັນເພື່ອເປັນການເຕື່ອນສະຕິໃຫ້ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ໆການຈັດຕັ້ງຂັ້ນເທິງມອບໝາຍໃຫ້ໄດ້ຮັບຜົນສຳເລັດສູງ.

ນອກນັ້ນ ຍັງໄດ້ເນັ້ນໃຫ້ຫົວໜ້າຈຸ ແຕ່ລະຈຸເອົາໃຈໃສ່ຕິດຕາມກວດກາ ເກັບກຳສະພາບໃນການປະຕິບັດໜ້າ ແລະ ລາຍງານໃຫ້ຄະນະຮັບຜິດ ຊອບ ເປັນໄລຍະ ເພື່ອຫາວີທີແກ້ໄຂໃຫ້ຖືກຕ້ອງ ແລະ ສອດຄ່ອງ ເພື່ອເຮັດໃຫ້ບັ້ນດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງອັດຕະປື ມີຄວາມສະຫງົບປອດໄພດີ.