ກອງປະຊຸມໃຫ່ຍຄັ້ງທີ III ສະຫະພັນແມ່ຍິງຫ້ອງວ່າການປະທານປະເທດ

0
1240

ສະຫະພັນແມ່ຍິງຫ້ອງວ່າການປະເທດຈັດກອງປະຊຸມໃຫ່ຍຄັ້ງທີ III ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີຜ່ານມາ; ໃນວັນທີ 11 ກັນຍາ 2020, ມີ ທ່ານ ຄຳເມີງ ພົງທະດີ ລັດຖະມົນຕີ ຫົວໜ້າຫ້ອງວ່າການປະທານປະເທດ. ພ້ອມດ້ວຍ ທ່ານ ນາງ ບັນດິດ ປະທຸມວັນ ຮອງປະທານຄະນະບໍລິຫານງານສູນກາງ ສະ ຫະພັນແມ່ຍິງລາວ ແລະ ສະມາຊິກແມ່ຍິງ ພາຍໃນຫ້ອງວ່າການປະທານປະເທດ ເຂົ້າຮ່ວມ.

ທ່ານ ນາງ ພຸດ ທະວົງສີ ປະທານສະຫະພັນແມ່ຍິງຫ້ອງວ່າການປະທານປະເທດ, ປະທານກອງປະຊຸມໄດ້ສະຫຼຸບໃນໄລຍະ 5 ປີ ຜ່ານມາ: ໄດ້ສຸມໃສ່ ວຽກງານສຶກສາອົບຮົມການເມືອງ-ແນວຄິດ ສະຫະພັນແມ່ຍິງຫ້ອງວ່າການປະທານເທດ, ປຸກລະດົມໃຫ້ສະມາຊິກແມ່ຍິງເຂົ້າຮ່ວມເຊື່ອມຊືມແນວທາງນະໂຍບາຍ,ລະບຽບກົດໝາຍຂອງລັດເປັນປົກກະຕິ.

ວຽກງານກໍ່ສ້າງພະນັກງນ ໄດ້ເອົາໃຈໃສ່ກໍ່ສ້າງສະມາຊິກໃຫ້ເຂັ້ມແຂງ ສ້າງເງື່ອນໄຂໃຫ້ໄດ້ຮັບການຍົກລະດັບທາງດ້ານທິດສະດີ, ວິຊາສະເພາະ, ເຂົ້າຮ່ວມຝຶກອົບຮົມດ້ານອື່ນໆ ທັງພາຍໃນ ແລະ ຕ່າງປະເທດ, ມີສະມາຊິກແມ່ຍິງ ໄດ້ຮັບການຍ້ອງຍໍບຸກຄົນດີເດັ່ນ ປະເພດ 1 ຈຳນວນ166 ສະຫາຍ.

 ວຽກງານປົກປ້ອງສິດຜົນປະ ໂຫຍດຂອງແມ່ຍິງ-ເດັກນ້ອຍ,ການສົ່ງເສີມຄວາມກ້າວໜ້າແມ່ຍິງ ແລະ ການສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ ໄດ້ຈັດຕັ້ງເຜີຍແຜ່ຜັນຂະຫຍາຍແຜນຍຸດທະສາດແຫ່ງຊາດ ເພື່ອສົ່ງເສີມຄວາມກ້າວໜ້າແມ່ຍິງ 5 ປີ ,ສົນທິສັນຍາຊີດໍ,ຈັດຕັ້ງສະເຫຼີມສະຫຼອງວັນສາກົນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ.

ເຂົ້າຮ່ວມກອງປະຊຸມທີ່ພົວພັນເຖີງວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄດ້ນໍາພາສະມາຊິກເຊື່ອມຊືມເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ ຜ່ານການຈັດຕັ້ງປະຕິບັດສາມາດຄັດເລືອກບຸກຄົນ 3 ດີ ປະເພດ 1 ຈຳນວນ 28 ສະຫາຍ, ປະເພດ 2 ຈໍານວນ 5 ສະຫາຍ.

ທິດທາງແຜນການໃນການພັດທະນາແມ່ຍິງໃນ 5 ປີ ຕໍ່ໜ້າ,ຈະເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ກໍ່ສ້າງສະມາຊິກແມ່ຍິງຜູ້ທີ່ມີຄວາມຫ້າວຫັນ, ກ້າວໜ້າຂະຫຍາຍເຂົ້າພັກໃຫ້ໄດ້ຢ່າງໜ້ອຍປີລະ 2-3 ຄົນ,ສ້າງແມ່ຍີງ 3 ດີໃຫ້ໄດ້ບໍ່ຕໍ່່າກວ່າ 80% ຂອງຈຳນວນສະມາຊິກ,ຊຸກຍູ້ເອື້ອຍນ້ອງແມ່ຍິງໄດ້ເຂົ້າຮ່ວມຝຶກອົບຮົມ,ໄປຍົກລະດັບຄວາມຮູ້ຄວາມສາມາດ,ສືບຕໍ່ຊຸກຍູ້ສະມາຊິກສ້າງເສດຖະກິດຄອບຄົວ ດ້ວຍການປູກຝັງລ້ຽງສັດ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ.