ແພດໂຮງໝໍແຂວງຜົ້ງສາລີ ລົງກວດສຸຂະພາບໃຫ້ນັກໂທດ-ຖືກຫາ-ດັດສ້າງ

0
1079

ຄະນະທີມງານແພດ ໂຮງໝໍແຂວງຜົ້ງສາລີ ສົມທົບກັບ ເຈົ້າໜ້າທີ່ຄຸ້ມຄອງຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ລົງກວດສຸຂະພາບໃຫ້ນັກໂທດ-ຖືກຫາ-ດັດສ້າງ ທີ່ຄ້າຍຄຸມຂັງ-ດັດສ້າງ ຫຼັກ 46 ເມືອງບຸນເໜືອ ແຂວງຜົ້ງສາລີ ໃນອາທິດຜ່ານມາ, ໂດຍມີ ທ່ານ ດຣ ຄໍາເພັດ ຈອມອຸ່ນມີສານ ອໍານວຍການໂຮງໝໍແຂວງຜົ້ງສາລີ, ພ້ອມດ້ວຍຄະນະທີມງານແພດ ແລະ ເຈົ້າໜ້າທີ່ຄຸ້ມຄອງພາຍໃນຄ້າຍ ເຂົ້າຮ່ວມ.

ທ່ານ ດຣ ຄໍາເພັດ ຈອມອຸ່ນມີສານ ໃຫ້ຮູ້ວ່າ:

ການລົງກວດສຸຂະພາບໃຫ້ນັກໂທດ-ຖືກຫາ-ດັດສ້າງໃນຄັ້ງນີ້ ແມ່ນປະຕິບັດຕາມແຈ້ງການຂອງ ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 838/ຫສນຍ ລົງວັນທີ 7 ສິງຫາ 2020 ກ່ຽວກັບ ການສືບຕໍ່ເພີ່ມທະວີການປະຕິບັດຕາມມາດຕະການຜ່ອນຜັນ, ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ຕາມການສະເໜີຂອງ ຄະນະຄຸ້ມຄອງຄ້າຍຄຸ້ມຂັງ-ດັດສ້າງ ຫຼັກ 46 ເມືອງບຸນເໜືອ ແຂວງຜົ້ງສາລີ ເພື່ອແນໃສ່ຮັບປະກັນໃຫ້ການຄຸ້ມຄອງ, ປ້ອງກັນພະຍາດຕິດຕໍ່ຕ່າງໆທີ່ຈະເກີດຂຶ້ນຕາມລະດູການ, ພ້ອມທັງສ້າງເງື່ອນໄຂໃຫ້ຊຸມຊົນ ແລະ ນັກໂທດຖືກຫາ-ດັດສ້າງພາຍໃນຄ້າຍ ໄດ້ຮັບການປິ່ນປົວເມື່ອພົບເຫັນພະຍາດ, ການລົງກວດສຸຂະພາບໃນຄັ້ງນີ້ ແມ່ນໄດ້ວັດແທກຄວາມດັນ, ວັດແທກອຸນຫະພຸມຂອງຮ່າງກາຍ, ວັດແທກການເຕັ້ນຂອງຫົວໃຈ ແລະອືື່ນໆ.