ໃນໄລຍະທີ່ກຳລັງປະຕິບັດມາດຕະການຜ່ອນຜັນຈາກລັດຖະບານ, ນັກຮຽນ-ນັກສຶກສາ ແມ່ນມີເວລາຢູ່ແຕ່ໃນເຮືອນ ແຕ່ມີການຮຽນຜ່ານສື່ອອນລາຍ ແລະ ເຮັດກິດຈະກໍາຕ່າງໆຜ່ານສື່ອິນເຕີເນັດ. ສະນັ້ນ, ນີ້ຈຶ່ງເປັນຈຸດເລີ່ມຕົ້ນ ທີ່ເຮັດໃຫ້ພວກເຂົາກາຍເປັນເປົ້າໝາຍຂອງ ກຸ່ມຕົ້ນຕຸ໋ນຊັບຜ່ານບັນຊີທະນາຄານ.

ເຊິ່ງໄລຍະຜ່ານມາບໍ່ດົນນີ້, ໂດຍມີການລາຍງານຈາກ ອົງການການເງິນ ຊີຟາດ ປະເທດອັງກິດ ໃຫ້ຮູ້ວ່າ:

ສະຖິຕິການຊອກຫາລາຍຮັບຜ່ານສື່ອອນລາຍ ແມ່ນມີຕົວເລກເພີ່ມຂຶ້ນ ໂດຍແມ່ນກຸ່ມໄວໜຸ່ມທີ່ມີອາຍຸແຕ່ 30 ປີລົງມາ ແລະ ປັດຈຸບັນ, ປະເດັນດັ່ງກ່າວ ກຳລັງເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃນການກວດກາ.

ບັນດາທະນາຄານ ໄດ້ໃຫ້ທັດສະນະວ່າ: ມີຄວາມເປັນຫ່ວງຫຼາຍຕໍ່ບັນຫາທີ່ເກີດຂຶ້ນ ໂດຍມີກຸ່ມໄວໜຸ່ມຈຳນວນຫຼວງຫຼາຍ ນັບມື້ນັບຖືກ ກຸ່ມເຄື່ອນໄຫວຕົ້ມຕຸ໋ນເອົາຊັບຜ່ານສື່ອອນລາຍ ຫຼອກລວງ; ໂດຍສະເພາະ ພວກເຂົາແນໃສ່ກຸ່ມທີ່ເຮັດວຽກເປັນນາຍໜ້າ ແລະ ກຳລັງເປັນກຸ່ມຄົນທີ່ຊອກຫາຜົນກຳໄລແບບງ່າຍດາຍໃນເວັບໄຊ ຫຼື ໃນສື່ຕ່າງໆ ໂດຍໃຊ້ບັນຊີທະນາຄານຂອງພວກເຂົາເປັນຕົວເຄື່ອນໄຫວໂອນເງິນຜ່ານເຂົ້າ-ອອກ; ຕາມການສັງລວມຂໍ້ມູນ ໃຫ້ເຫັນວ່າ: 62% ຂອງກໍລະນີສົງໄສ ທີ່ມີການພົວພັນກ່ຽວກັບເງິນ ແມ່ນຖືກລວບລວມສົ່ງໃຫ້ອົງການການເງິນ ກາຟາດ ປະເທດອັງກິດ ເຊິ່ງບັນດາບັນຊີເຫຼົ່ານີ້ ແມ່ນຂອງບຸກຄົນທີ່ມີອາຍຸຕ່ຳກວ່າ 30 ປີ.

ສັງລວມແລ້ວ ການດຳເນີນການປະກອບເອກະສານ ເພື່ອເປີດບັນຊີເງິນຂອງບັນດາໄວໜຸ່ມ ແລະ ເອົາບັນຊີເຫຼົ່ານັ້ນໄປຢັ້ງຢືນການລົງໂຄສະນາ ຫຼື ຢັ້ງຢືນເຂົ້າໃນການຫາເງິນໃນໜ້າເວັບໄຊ ເຊິ່ງນັ້ນມັນໄດ້ກາຍເປັນເປົ້າໝາຍໃຫ້ກຸ່ມຕົ້ນຕຸ໋ນຜ່ານລະບົບອອນລາຍ ຫາວິທີຫຼອກເອົາເງິນແບບງ່າຍໆ; ແຕ່ບັນຫາທີ່ອົງການການເງິນ ຊີຟາດ ເອົາໃຈໃສ່ແມ່ນ ລະບົບ “This is Money” (ນີ້ແມ່ນເງິນ) ເຊິ່ງຖືກລາຍງານໃນກ່ອນໜ້ານີ້ວ່າ: ມີບາງຄັ້ງກວດພົບເງິນໃນລະບົບດັ່ງກ່າວ ແບບບໍ່ຮູ້ທີ່ໄປທີ່ມາ ແລະ ກໍມີບາງກໍລະນີ ແມ່ນບໍ່ສາມາດກວດກາ ແລະ ຕິດຕໍ່ກັບເຈົ້າຂອງບັນຊີດັ່ງກ່າວໄດ້.

ນັກສຶກສາວິທະຍາໄລແຫ່ງໜຶ່ງ ເຊິ່ງມີເກນອາຍຸລະຫວ່າງ 20-28 ປີ ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ ໃນສະຖານໃຫ້ການຮ່ວມມືກັບຄົນຮ້າຍ ກະທຳຜິດທາງອາຊະຍາກຳຟອກເງິນ ເຊິ່ງເປັນເງິນ 64.500 ປອນ (ສະກຸນເງິນອັງກິດ), ເຊິ່ງເປັນເງິນຕົ້ມຕຸ໋ນ ຫຼື ລັກມາໄດ້ຈາກຍິງສູງອາຍຸຄົນໜຶ່ງ ແລ້ວໂອນເງິນທີ່ລັກມາໄດ້ຜ່ານບັນຊີທະນາຄານຂອງນັກສຶກສາທີ່ກ່າວມາຂ້າງເທິງ ແຕ່ຫຼັງຈາກການເຮັດວຽກຂອງເຈົ້າໜ້າທີ່ຕິດຕາມ ແລະ ແກ້ໄຂທັນເວລາ ເງິນທັງໝົດແມ່ນຖືກໂອນກັບໃຫ້ກັບເຈົ້າຂອງເດີມ.

ປັດຈຸບັນ, ກຸ່ມໄວໜຸ່ມທີ່ມີອາຍຸແຕ່ 18-21 ປີ ແລະ ກຳລັງຢູ່ໃນໄວສຶກສາ ແມ່ນຖືກກຳນົດໃຫ້ເປັນກຸ່ມອາຍຸພິເສດເຝົ້າລະວັງ ເພາະກຳລັງຢູ່ໃນເກນອາຍຸໄວຄະນອງ, ຢາກຮູ້ຢາກລອງ ແລະ ຫວັງຜົນປະໂຫຍດແບບບໍ່ຖືກຕ້ອງ, ຫວັງເອົາເງິນມາໃຊ້ຈ່າຍຟຸມເຟືອຍ ແລະ ໃນໄລຍະນີ້ ແມ່ນມີທ່າອ່ຽງຕົກເຂົ້າໃນເລ່ລ່ຽມຂອງກຸ່ມຄົນບໍ່ຫວັງດີ ຫາວິທີຈອບອອຍ ຫຼື ຕົ້ມຕຸ໋ນເອົາຊັບສິນໄດ້ງ່າຍ ດ້ວຍຫຼາຍວິທີຕື່ມອີກ. ສະນັ້ນ, ທາງອົງການການເງິນແຫ່ງຊາດ ກໍຄື ທາງຜູ້ບໍລິຫານທະນາຄານແຫ່ງຊາດ ໄດ້ຮຽກຮ້ອງໃຫ້ເພີ່ມການຕິດຕາມຄຸ້ມຄອງ ນັກຮຽນ-ນັກສຶກສາໃນໄວດັ່ງກ່າວນີ້ ໃຫ້ເຂັ້ມງວດ.

ທ່ານ Ross Martin ເປັນຕົວຫຼັກໃນຂະແໜງການຄວາມປອດໄພດ້ານເຕັກນິກ ທີ່ Barclays ໃຫ້ຮູ້ວ່າ: ນີ້ເປັນໄລຍະເວລາທີ່ກຸ່ມກໍ່ອາຊະຍາກຳດ້ານອີເລັກໂຕຼນິກ ແນໃສ່ ແລະ ເນັ້ນເປົ້າໝາຍໃສ່ກຸ່ມໄວໜຸ່ມ ໂດຍນຳໃຊ້ຮູບແບບການຕົ້ມຕຸນດ້ວຍເລ່ລ່ຽມ ລົງທຶນໜ້ອຍແຕ່ມີກຳໄລຫຼາຍ ແລະ ຫາເງິນແບບງ່າຍດາຍເທິງສື່ອິນເຕີເນັດ.

ທ່ານກ່າວອີກວ່າ: ແຕ່ລະສະຖາບັນການສຶກສາ ຄວນມີການແຈ້ງການເຜີຍແຜ່ກ່ຽວກັບ ການບໍ່ຄວນຫຼົງເຊື່ອ ຫຼື ບໍ່ອະນຸຍາດໃຫ້ບັນດາບໍລິສັດ ແລະ ຫ້າງຮ້ານ ອະນຸຍາດໃຫ້ນຳໃຊ້ບັນຊີທະນາຄານຂອງພວກເຂົາ ເພື່ອເຮັດທຸລະກຳໂອນເງິນເພື່ອຊຳລະຄ່າໃຊ້ຈ່າຍຕ່າງໆ ຫຼື ຍອມຮັບໜ້າວຽກໃດໜຶ່ງໃຫ້ພວກເຂົາເຮັດ ເພື່ອຈະໄດ້ຮັບເງິນໂອນເຂົ້າບັນຊີແບບງ່າຍດາຍ; ພ້ອມນັ້ນ, ກໍຕ້ອງເອົາໃຈໃສ່ ແລະ ມີສະຕິຕໍ່ການໂຄສະນາ “ນັ່ງຢູ່ເຮືອນ ກໍມີເງິນຈ່າຍແບບງ່າຍໆ”. ນອກຈາກນີ້, ບັນດານັກສຶກສາເຫຼົ່ານີ້ ກໍຄວນຫຼີກລ່ຽງຕໍ່ການເຂົ້າເຖິງການໂຄສະນາໃນໜ້າເວັບໄຊ ໃນສື່ອິນເຕີເນັດຕ່າງໆ ທີ່ມີເນື້ອໃນຊັກຊວນໄປໃນທາງຫາເງິນແບບໃໝ່, ຮູບແບບການສ້າງຕົນໃຫ້ເປັນເສດຖີ ແລະ ບໍ່ຄວນໂອ້ລົມສົນທະນາກັບບຸກຄົນທີ່ບໍ່ຮູ້ຈັກ ຫຼື ເຊື່ອໃຈບໍ່ໄດ້ ຢ່າງເດັດຂາດ.

ຕາງໜ້າອຳນວຍການໃຫຍ່ທະນາຄານໃຫຍ່ທີ່ສຸດຂອງອັງກິດ ທ່ານ Lloyds ໃຫ້ຮູ້ວ່າ: ພວກເຂົາໄດ້ລວບລວມບັນຊີທະນາຄານທັງໝົດ 41.000 ບັນຊີ ເຊິ່ງມີເງິນສົດປະມານ 41 ລ້ານປອນ ເຊິ່ງເປັນບັນຊີທີ່ສົງໄສກ່ຽວກັບການເງິນ ນັບແຕ່ປີ 2018 ມາເຖິງປັດຈຸບັນ ແລະ 3 ເດືອນຜ່ານມາ, ສາມາດສືບຮູ້ວ່າ: ມີ 10 ຄົນ ຖືກຢັ້ງຢືນວ່າ ບັນຊີທີ່ໄດ້ເງິນມານັ້ນ ແມ່ນຈາກການຕົ້ມຕຸ໋ນ ແລະ ໃນນັ້ນ 7 ຄົນ ແມ່ນເປັນໄວໜຸ່ມອາຍຸຕ່ຳກວ່າ 30 ປີ.

ທ່ານ Paul Davis ປະທານສະມາຄົມຄ້າຂາຍຍ່ອຍ ໃຫ້ຮູ້ວ່າ: ໄວໜຸ່ມອາຍຸລະຫວ່າງ 18-30 ປີ ແມ່ນມີທ່າອ່ຽງຕົກເປັນເຫຍື່ອຂອງກຸ່ມເຄື່ອນໄຫວຟອກເງິນຫຼາຍກວ່າ, ເຊິ່ງກຸ່ມຄົນເຫຼົ່ານັ້ນຈະນຳໃຊ້ຮູບແບບການໂຄສະນາຕົວະວ່າມີວຽກເຮັດ ເພື່ອຈະຮັບຮູ້ຂໍ້ມູນ ແລະ ເລກບັນຊີທະນາຄານ ແລ້ວອ້າງຈະໄດ້ເງິນຈາກການເຮັດວຽກແບບບໍ່ເສຍເຫື່ອແຮງ; ໂດຍການຈ່າຍເງິນ ແມ່ນໂອນເຂົ້າບັນຊີທະນາຄານ ເຊິ່ງສາມາດຖອນອອກເປັນເງິນສົດໄດ້.