ມອບໄຟເຍືອງທາງ ແລະ ງົບຄ່າກະແສໄຟຟ້າສາທາລະນະ ໃຫ້ ຄບຕ ຄຸ້ມຄອງ

0
1062

ວັນທີ 17 ກັນຍາ ທີ່ຜ່ານມາ, ຢູ່ທີ່ສໍານັກງານໃຫຍ່ ຝ່າຍປະຕິບັດການໄຟຟ້ານະຄອນຫຼວງ ໄດ້ມີພິທີມອບ-ຮັບການຄຸ້ມຄອງ ສ້ອມແປງ ປົກປັກຮັກສາລະບົບໄຟເຍືອງທາງ ແລະ ໄຟອໍານາດ ໃນນະຄອນຫຼວງວຽງຈັນ ໃຫ້ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ (ຄບຕ) ເປັນຜູ້ຮັບຜິດຊອບຢ່າງເປັນທາງການ ລະຫວ່າງ ທ່ານ ຈັນສົມ ພິລາລົມ ຮອງຫົວໜ້າ ຝ່າຍປະຕິບັດການໄຟຟ້າ ນະຄອນຫຼວງ ແລະ ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ, ມີ ທ່ານ ຊົງເລົາ ຢົງນູ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ເຂົ້າຮ່ວມເປັນສັກຂີພະຍານ.

ໄຟເຍືອງທາງ ແລະ ໄຟອໍານາດ ໃນນະຄອນຫຼວງທັງໝົດ ແມ່ນມອບໃຫ້ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ເປັນຜູ້ຄຸ້ມຄອງ ,ສ້ອມແປງ,ຕິດຕັ້ງ ແລະ ປົກປັກຮັກສາ.ໃນນັ້ນ, ມີເສັ້ນທາງທີ່ຕິດຕັ້ງໄຟ 109 ເສັ້ນ ທາງ, ເສົາໄຟເຍືອງທາງ ຖາວອນ 6.219 ຕົ້ນ, ດອກໄຟເຍືອງທາງ 10.506 ດອກ, ຕູ້ຄວບຄຸມໄຟ 338 ໜ່ວຍ, ໝໍ້ນັບໄຟ 382 ເຄື່ອງ, ໝໍ້ແປງໄຟຟ້າ 44 ເຄື່ອງ ແລະ ລະບົບໄຟອໍານາດ 39 ຈຸດ.

ສ່ວນ ດ້ານງົບປະມານຄ່າກະແສໄຟຟ້າ ສາທາລະນະ ແມ່ນມອບໃຫ້ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ເປັນຜູ້ຮັບຜິດຊອບ ເລີ່ມເດືອນກໍລະກົດ 2020 ເປັນຕົ້ນໄປ ແລະ ລັດວິສາຫະກິດໄຟຟ້າລາວ ຈະຊ່ວຍໃຫ້ຄໍາແນະນໍາດ້ານເຕັກນິກ.