ເລຂາທິການສະພາ ເຄື່ອນໄຫວເຮັດວຽກ ຢູ່ແຂວງໄຊຍະບູລີ

0
1110

ທ່ານ ນາງ ສວນສະຫວັນ ວິຍະເກດ ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຊຸກຍູ້ ແລະ ເກັບກຳຂໍ້ມູນການ ເຄື່ອນໄຫວວຽກງານຂອງຄະນະເລຂາທິການສະພາປະຊາຊົນ ແຂວງໄຊຍະບູລີ ໃນວັນທີ 14-15 ກັນຍາ ທີ່ຜ່ານມາ, ໂດຍມີ ທ່ານ ນາງ ອິດມະນີ ຈັນທະຄູນ ຮອງສະພາປະຊາຊົນແຂວງໄຊຍະບູລີ ພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ການລົງຕິດຕາມ ແລະ ເກັບກໍາຂໍ້ມູນໃນຄັ້ງນີ້ ກໍເພື່ອຕິດຕາມຊຸກຍູ້ ແລະ ເກັບກໍາຂໍ້ມູນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຄະນະເລຂາທິການສະພາປະຊາຊົນແຂວງ ໂດຍສະເພາະໃນການເປັນເສ ນາທິການໃຫ້ສະພາປະຊາຊົນແຂວງ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະ  ການຈັດຕັ້ງປະຕິບັດວຽກງານດ້ານງົບປະມານ, ດ້ານກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ທີ່ເປັນເສນາທິການ ເພື່ອສ້າງເງື່ອນໄຂໃຫ້ບັນດາກົມຂອງຄະນະເລຂາທິການ ສະພາແຫ່ງຊາດ ໄດ້ແລກປ່ຽນບົດຮຽນກັບຂະແໜງການທີ່ກ່ຽວຂ້ອງ ຂອງຄະນະເລຂາທິການສະພາປະຊາຊົນແຂວງ ແນໃສ່ເກັບກຳສະພາບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນດາຂໍ້ສະເໜີຕ່າງໆ ໃນການປະຕິບັດໜ້າທີ່ການເມືອງຂອງຄະນະເລຂາທິການສະພາປະຊາຊົນແຂວງ ທັງເປັນການກະກຽມຮັບໃຊ້ໃຫ້ແກ່ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃຫ້ໄດ້ຮັບຜົນດີ ແລະ ສອດຄ່ອງກັບຄວາມສະພາບຂອງສູນກາງ ແລະ ທ້ອງຖິ່ນໃນປັດຈຸບັນ.

ໂອກາດນີ້, ຄະນະເລຂາທິການສະພາແຫ່ງຊາດ ຮ່ວມກັບຄະນະເລຂາທິການສະພາປະຊາຊົນແຂວງໄຊຍະບູລີໄດ້ປຶກສາຫາລືແລກປ່ຽນບົດ ຮຽນຮ່ວມກັນ ກ່ຽວກັບວຽກງານຄົ້ນຄວ້າ-ສັງລວມ, ການກະກຽມໃຫ້ແກ່ການດຳເນີນກອງປະຊຸມ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະ ກອງປະ ຊຸມສະໄໝສາມັນ ຂອງສະພາປະຊາຊົນແຂວງ, ວຽກງານການບັນຈຸສັບຊ້ອນພະນັກງານ, ວຽກງານນະໂຍບາຍ, ອຸດໜູນປະເພດຕ່າງໆ, ການຍົກສູງຂີດຄວາມສາມາດ, ວຽກງານກໍ່ສ້າງພື້ນຖານໂຄງລ່າງ, ໂຄງການກໍ່ສ້າງຕຶກສະພາປະຊາຊົນແຂວງໄຊຍະບູລີ, ວຽກງານບໍລິຫານ-ພິທີການ, ການຄຸ້ມຄອງເອກະສານ, ວຽກງານການເງິນ ການຂຶ້ນແຜນ ແລະ ຄຸ້ມຄອງການນໍາໃຊ້ງົບປະມານ ທີ່ຄະນະເລຂາທິການສະພາແຫ່ງຊາດຈັດສັນໃຫ້, ງົບປະມານຮັບໃຊ້ການເຄື່ອນໄຫວວຽກງານຕ່າງໆ. ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ມີຄຳເຫັນຊີ້ນໍາ ແຕ່ລະວຽກງານໃຫ້ພາກສ່ວນທີ່ກ່ຽວ ຂ້ອງ ເພື່ອນໍາໄປເປັນທິດໃນການສືບຕໍ່ປະຕິບັດໜ້າທີ່ວຽກງານຂອງຕົນ ພ້ອມທັງຮັບຂໍ້ສະເໜີຂອງສະພາປະຊາຊົນແຂວງ ເພື່ອນໍາໄປສະຫຼຸບລາຍງານ ຄະນະປະຈໍາສະພາແຫ່ງຊາດ ເພື່ອພິຈາລະນາ.