ອັດຕະປື ສຳເລັດກອງປະຊຸມໃຫ່ຍຄັ້ງທີ XI ຂອງອົງຄະນະພັກແຂວງ

0
913

ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກ ແຂວງອັດຕະປື ໄດ້ໄຂຂຶ້ນໃນລະຫວ່າງ ວັນທີ 17-18 ກັນຍາ 2020, ໂດຍເປັນກຽດເຂົ້າ ຮ່ວມຂອງ ສະຫາຍ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງ ສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີ ບັນດາສະ ຫາຍການນໍາຂັ້ນສູນກາງ, ບັນດາສະຫາຍໃນຄະນະປະຈໍາພັກ, ກໍາມະການພັກແຂວງ, ພະນັກງານອາວຸໂສບໍານານ, ພາກສ່ວນທຸລະກິດ, ແຂກເຊື້ອເຊີນ ແລະ ຜູ້ແທນສົມບູນ ທີ່ມາຈາກຄະນະພັກຮາກຖານ ແລະ ໜ່ວຍພັກທົ່ວແຂວງ ຈຳນວນ 225 ສະຫາຍ, ຍິງ 31 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດທົ່ວແຂວງ ຈໍານວນ 9.596 ສະຫາຍ ເຂົ້າຮ່ວມ.

ກອງປະຊຸມ, ໄດ້ດຳເນີນໄປເປັນເວລາ 2 ວັນ ເຊິ່ງບັນດາຜູ້ແທນສົມບູນ ໄດ້ຕີລາຄາ ແລະ ຮັບຮອງເອົາບົດລາຍງານການ ເມືອງ ໃນການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ໃນໄລຍະ 5 ປີ ຜ່ານມາ ກໍຄື ແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້້ງທີ IX ເຫັນໄດ້ວ່າ ເສດ ຖະກິດ-ສັງຄົມໄດ້ຮັບການພັດນາຢ່າງຕໍ່ເນື່ອງ GDP ເພີ່ມຂຶ້ນ 7,5% ຕໍ່ປີ, ສະເລ່ຍຕໍ່ຫົວຄົນ ບັນລຸໄດ້ 2.011 ໂດລາ, ທຽບໃສ່ປີ 2015 ເພີ່ມຂຶ້ນ 13,6% ພ້ອມນີ້ຍັງໄດ້ຮັບຮອງເອົາທິດທາງແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ 2020-2024 ຂອງຄະນະບໍລິ ຫານງານພັກແຂວງ ສະໄໝທີ XI ແລະ ຜ່ານບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານພັກແຂວງ ຊຸດເກົ່າ ສະໄໝທີ X ແລະ ກອງປະຊຸມໄດ້ສືບ ຕໍ່ດໍາເນີນການປ່ອນບັດເລືອກ ຕັ້ງເອົາຄະນະບໍລິຫານງານພັກ ແຂວງ ອັດຕະປື ຊຸດໃໝ່ ເຊິ່ງມີບຸກຄະລາກອນ ທີ່ຄົບມາດຖານເງື່ອນ ໄຂ ລົງສະໝັກທັງໝົດ ຈຳນວນ 38 ສະຫາຍ, ຍິງ 5 ສະຫາຍ ໃນນີ້ກອງປະຊຸມໃຫຍ່ໄດ້ຄົ້ນຄວ້າປ່ອນບັດເລືອກໄດ້ຢ່າງສົມບູນ 33 ສະຫາຍ ຍິງ 5 ສະຫາຍ ໂດຍຖືກຕ້ອງຕາມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວກຳນົດໄວ້, ໃນຈຳນວນບຸກຄະລາກອນທີ່ໄດ້ຜ່ານການເລືອກຕັ້ງໃນຄັ້ງນີ້ ຈະໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າພິຈາລະນາຮັບຮອງບັນຫາສຳຄັນຂອງພັກ ແລະ ໃຫ້ສົມກັບການໄວ້ເນື້ອເຊື່ອໃຈຂອງສະມາຊິກພັກໃນທົ່ວແຂວງ ພ້ອມທັງສືບຕໍ່ເຮັດໜ້າທີ່ພາລະບົດບາດຊີ້ນຳໆພາອົງການຈັດຕັ້ງໃນທົ່ວແຂວງ ໃຫ້ບັນລຸຕາມຄາດໝາຍທີ່ໄດ້ກຳ ນົດໄວ້.

ຜ່ານການດຳເນີນກອງປະຊຸມ ຄັ້ງປະຖົມມະລືກຂອງຄະນະບໍລິຫານງານພັກແຂວງ ອັດຕະປື ຄັ້ງທີ XI ໄດ້ເລືອກຕັ້ງເອົາຄະນະປະຈຳພັກແຂວງ ເຊິ່ງມີຈຳນວນບຸກຄະລາກອນຖືກສະໜັກມີ ຈຳນວນ 14 ສະຫາຍ, ຍິງ 2 ສະຫາຍ ເລືອກເອົາ 11 ສະຫາຍ, ຍິ່ງ 2 ສະຫາຍ ໂດຍໄດ້ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ເລັດ ໄຊຍະພອນ ເປັນເລຂາຄະນະບໍລິ ຫານງານພັກແຂວງຊຸດໃຫມ່ ສະຫາຍ ນາງ ມີນາພອນ ໄຊສົມພູ, ສະຫາຍ ບຸນຮຽນ ແກ້ວບົວພາດ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ໄດ້ເລືອກຕັ້ງເອົາ ສະຫາຍ ຄຳຫວັນ ຈັນທະໂຄດ ເປັນປະທານຄະນະກວດກາ, ສະ ຫາຍ ຈິດປະສົງ ສິງສະຫວັດ, ສະຫາຍ ມີໄຊ ສີສະເເຫວງສຸກ ແລະ ສະຫາຍ ວິໄລພອນ ເປັນຮອງປະທານຄະນະກວດກາ. ພ້ອມນັ້ນ, ກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ ໄປເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ ທີ່ຈະຈັດຂຶ້ນໃນຕໍ່ໜ້າ ຈໍານວນ 16 ສະຫາຍ ແລະ ຜູ້ແທນສຳຮອງ 2 ສະຫາຍ.

ໂອກາດດຽວກັນ, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ກໍໄດ້ໃຫ້ທິດຊີ້ນຳ ໂດຍຍົກໃຫ້ເຫັນວ່າ: ຄະນະບໍລິຫານງານພັກແຂວງຊຸດໃໝ່ ຕ້ອງຫັນເອົາມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເປັນແຜນງານ,ໂຄງການ ແລະ ສ້າງເປັນນິຕິກໍາລະອຽດ ເພື່ອຈັດຕັ້ງການເຜີຍແຜ່ເຊື່ອມຊຶມ ໂດຍເລີ່ມແຕ່ຄະນະບໍລິຫານງານພັກແຂວງ ຈົນເຖິງບັນດາເມືອງ, ຂະແໜງການ ແລະ ຮາກຖານຕ່າງໆ ເພື່ອສ້າງຄວາມຮັບຮູ້ເຂົ້າ ໃຈ ແລະ ເປັນເອກະພາບກັນກັບແນວທາງນະໂຍບາຍຂອງພັກວາງອອກ ກໍຄື ມະຕິກອງປະ ຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ, ສືບຕໍ່ຂົນຂວາຍ, ຍາດແຍ່ງດຶງດູດການຊ່ວຍເຫຼືອ ແລະ ການລົງທຶນຈາກທຸກພາກສ່ວນເຂົ້າໃນການພັດທະ ນາແຂວງໃຫ້ນັບມື້ນັບເພີ່ມຂຶ້ນ, ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ໂດຍສະເພາະ ພືດທີ່ເປັນທ່າແຮງຂອງແຂວງ ແລະ ຕະຫຼາດມີຄວາມຕ້ອງການ ເພື່ອແນໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ນັບມື້ຫຼຸດລົງເປັນກ້າວໆ.