ຖືກຈັບ ພ້ອມເຄື່ອງຕັດສັນຍານລີໂມດປົດລ໋ອກລົດ

0
1327

ວັນທີ 17 ກັນຍາ 2020, ເຈົ້າໜ້າທີ່ຈຸສາຍກວດ ກອງພັນປ້ອງກັນເຄື່ອນທີ່ ນະຄອນຫຼວງວຽງຈັນ ໄດ້ອອກເຄື່ອນໄຫວລາດຕາເວນ ພົບເຫັນເປົ້າໝາຍສົງໄສ 1 ຄົນ ກຳລັງກໍ່ເຫດໃຊ້ເຄື່ອງຕັດສັນຍານລີໂມດປົດລ໋ອກປະຕູລົດໃຫຍ່ ທີ່ມາໄຫ້ວພຣະທາດຫຼວງ ຈຶ່ງໄດ້ເຂົ້າຈັບເປົ້າ ໝາຍດັ່ງກ່າວ  ຊື່ ທ້າວ ອຸປະຖຳ  ອາຍຸ 33 ປີ ຢູ່ບ້ານຕາດທອງ ເມືອງສີໂຄດຕະບອງ ໄປດຳເນີນຄະດີຕາມກົດໝາຍ.

ພາຍຫຼັງທີ່ຈັບຜູ້ກ່ຽວໄດ້ ກໍກວດຄົ້ນພົບອຸປະກອນຕິດຕົວ ມີຄື: ສະຫວ່າງໄຟຟ້າ (ລຸ້ນບໍ່ມີສາຍ) 1 ເຄື່ອງ, ກະແຈບ໋ອກນ້ອຍ 1 ອັນ,ເຄື່ອງຕັດສັນຍານລີໂມດ 1 ເຄື່ອງ, ຄີມຕັດສາຍໄຟ 4 ອັນ, ກະແຈປົດລ໋ອກຄໍລົດຈັກ (ກະແຈໂຕ T) 2 ອັນ, ເຄື່ອງແທກໄຟຟ້າ 1 ເຄື່ອງ, ມີດຄັດເຕີ 1 ອັນ, ໂທລະສັບມືຖື 1 ເຄື່ອງ ແລະ ລົດຈັກຮອນດາເວບ 100 ທີ່ນຳໃຊ້ໃນການເຄື່ອນໄຫວກໍ່ເຫດຄັ້ງນີ້ 1 ຄັນ.

ຜ່ານການສອບສວນເບື້ອງຕົ້ນ ຜູ້ກ່ຽວຮັບສາລະພາບວ່າ: ໄດ້ເຄື່ອນໄຫວກໍ່ເຫດລັກຊັບໃນລົດໃຫຍ່ ດ້ວຍວິທີການຕັດສັນຍານລ໋ອກປະຕູລົດ ມາແລ້ວ 1 ຄັ້ງ ຢູ່ຕະຫຼາດສີໄຄ ແລະ ຄັ້ງນີ້ ໄດ້ມາລົງມືກໍ່ເຫດຢູ່ທີ່ເດີ່ນພຣະທາດຫຼວງ ແຕ່ຖືກຈັບຕົວໃນເວລາທີ່ພວມກໍ່ເຫດ ພ້ອມຂອງກາງຄະດີ ສົ່ງໃຫ້ຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ດຳເນີນຄະດີຕາມຂັ້ນຕອນກົດໝາຍຕໍ່ໄປ.