ໃນວັນທີ 18 ກັນຍາ ທີ່ຜ່ານມາ, ສານປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເຊັນ ເອກະສານມອບ-ຮັບທຶນລະຫວ່າງ ແຜນງານສົ່ງເສີມການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ສະພາທະນາຍຄວາມລາວ ໃນມູນຄ່າ 389.556.000 ກີບ,ທຽບເທົ່າ 42.700 ໂດລາສະຫະລັດ, ໂດຍມີ ທ່ານ ແຮນທຣິກ ພາວເວີ ຮອງຜູ້ຕາງໜ້າອົງການພັດທະນາສາກົນ ຂອງປະເທດສະຫະລັດອາເມລິກາ ປະຈໍາ ສປປ ລາວ ແລະ ທ່ານ ຄໍາພອນ ສີປະເສີດ ຫົວໜ້າຫ້ອງການກະຊວງຍຸຕິທໍາ ເປັນກຽດເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ຄໍາໃສ ສຸລິນທອນ ປະທານສະພາທະນາຍຄວາມລາວ ກ່າວວ່າ: ແຜນງານສົ່ງເສີມການຊ່ວຍເຫຼືອທາງດ້ານກົດ   ໝາຍ ໄດ້ຮັບທຶນຈາກປະເທດສະຫະລັດອາເມລິກາ ໂດຍຜ່ານອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ ແລະ ຈັດຕັ້ງປະຕິບັດໂດຍມູນນິທິເອເຊຍປະຈໍາລາວ, ເຊິ່ງແຜນງານດັ່ງກ່າວ ສະໜັບສະໜູນສະພາທະນາຍຄວາມ ເພື່ອເປີດຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ ຢູ່ນະຄອນຫຼວງວຽງ ຈັນ, ແຂວງຈໍາປາສັກ, ແຂວງສະຫວັນນະເຂດ, ແຂວງສາລະວັນ, ແຂວງຫຼວງພະບາງ, ແຂວງອຸດົມໄຊ, ແຂວງໄຊຍະບູລີ ແລະ ແຂວງວຽງ ຈັນ. ໂດຍຢັ້ງຢືນໃຫ້ເຫັນເຖິງຄວາມມຸ້ງໝັ້ນ ແລະ ການຮ່ວມເປົ້າໝາຍພາຍໃຕ້ການຮ່ວມມືລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ເພື່ອສົ່ງເສີມການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ໃນ ສປປ ລາວ ເຊັ່ນ: ການໃຫ້ຄໍາປຶກສາທາງດ້ານກົດໝາຍ, ກະກຽມເອກະ ສານທາງດ້ານກົດໝາຍ ແລະ ເປັນຕົວແທນທາງດ້ານກົດໝາຍໃນຂັ້ນຕອນການດໍາເນີນຄະດີ ຂອງສານ ໃຫ້ແກ່ປະຊາຊົນລາວ ໄດ້ເປັນຈໍານວນຫຼວງຫຼາຍ, ແນໃສ່ການເຜີຍແຜ່ດໍາລັດ ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ ເພື່ອໃຫ້ທຸກຄົນເຂົ້າເຖິງຄວາມຍຸຕິທໍາ ແລະ ຮັບປະ ກັນຄວາມສະເໝີພາບຕໍ່ໜ້າກົດຫມາຍ ເພື່ອສ້າງສັງຄົມທີ່ມີຄວາມປອດໄພ, ຍຸຕິທໍາ ແລະ ວັດທະນາຖາວອນ.

ເເຜນງານສົ່ງເສີມການຊ່ວຍເຫຼືອທາງດ້ານກົດໝາຍ ຂອງອົງການ USAID ຈະຊ່ວຍຍົກລະດັບເປົ້າໝາຍຂອງ ສປປ ລາວ ທີ່ໄດ້ກ່າວໄວ້ໃນແຜນແມ່ບົດ ວ່າດ້ວຍການພັດທະນາລັດແຫ່ງກົດໝາຍ ເພື່ອໃຫ້ເປັນລັດທີ່ຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ; ສະຫະລັດອາເມລິ ກາ ຍັງໄດ້ຮ່ວມມື ກັບ ສປປ ລາວ ໃນຫຼາຍຂົງເຂດ ເຊັ່ນ: ການເກັບກູ້ລະເບີດທີ່ບໍ່ທັນແຕກ, ການຊ່ວຍເຫຼືອຄົນພິການ, ການສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ການສຶກສາ, ການພັດທະນາເສດ ຖະກິດ, ສາທາລະນະສຸກ, ໂພຊະນາການ ແລະ ການປ້ອງກັນພະຍາດອື່ນໆ. ພິທີດັ່ງກ່າວ, ໃຫ້ກຽດລົງນາມເຊັນບົດບັນທຶກ ລະຫວ່າງ ທ່ານ  ຄໍາໃສ ສຸລິນທອນ ປະທານສະພາທະນາຍຄວາມລາວ ແລະ ທ່ານ ທອດ ວໍເຊວ ຜູ້ຕາງໜ້າມູນນິທິ ເອເຊຍ ປະຈໍາລາວ.