ທ້າວ ຈາຍ ອາຍຸ 27 ປີ ຜູ້ກໍ່ເຫດໃຊ້ມີດແທງພີ່ນ້ອງ
ທ້າວ ຈາຍ ອາຍຸ 27 ປີ ຜູ້ກໍ່ເຫດໃຊ້ມີດແທງພີ່ນ້ອງ

ໃນວັນທີ 11 ກັນຍາ 2020, ເຈົ້າໜ້າທີ່ສາມາດຈັບ ທ້າວ ຈາຍ ອາຍຸ 27 ປີ ຢູ່ບ້ານນໍ້າລື ທີ່ກໍ່ເຫດໃຊ້ມີດໄລ່ຟັນ ແລະ ແທງຍາດພີ່ນ້ອງໄດ້ຮັບບາດເຈັບສາຫັດ 3 ຄົນ; ເຫດເກີດທີ່ບ້ານຫ້ວຍຊາງ ເມືອງນາໝໍ້ ແຂວງອຸດົມໄຊ ໃນວັນທີ 1 ກັນຍາ 2020, ຜູ້ກ່ຽວຖືກຈັບໄດ້ຢູ່ສວນຢາງເຂດບ້ານນໍ້າແດງກາງ, ເມືອງ ແລະ ແຂວງຫຼວງນໍ້າທາ.

ພັທ ສິງຄຳ ອຸດົມພອນ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ໃນວັນທີ 7 ກັນຍາ 2020, ໄດ້ຮັບລາຍງານຈາກ ປກສ ກຸ່ມບ້ານຫ້ວຍດຳ ເມືອງຫຼວງນ້ຳທາ ວ່າມີຜູ້ຖືກສົງໄສທີ່ທໍາຮ້າຍຮ່າງກາຍທີ່ ປກສ ແຂວງອຸດົມໄຊ ຕ້ອງການຕົວ; ຈາກນັ້ນ, ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະ ສົມທົບ ປກສ ເມືອງຫຼວງນ້ຳທາ ປິດລ້ອມບໍລິເວນດັ່ງກ່າວ, ພ້ອມທັງລະດົມໃຫ້ຍາດພີ່ນ້ອງ ກໍຄືຜູ້ເປັນອ້າຍເຂີຍ ແລະ ເອື້ອຍ ຊ່ວຍບອກຜູ້ກ່ຽວມາມອບຕົວ ເນື່ອງຈາກວ່າຜູ້ກ່ຽວມີປືນແກັບ 1 ກະບອກ ແລະ ມີດໜຶ່ງດວງ.

ຜ່ານການປິດລ້ອມ ແລະ ລະດົມໃຫ້ມອບຕົວມາເປັນໄລຍະ 4 ວັນ; ມາຮອດເວລາ 15:30 ໂມງຂອງວັນທີ 11 ກັນຍາ, ຜູ້ກ່ຽວຈຶ່ງໄດ້ຍອມອອກມາມອບຕົວຕໍ່ເຈົ້າໜ້າທີ່ ແລະ ເຈົ້າໜ້າທີ່ ປກສ ແຂວງຫຼວງນ້ຳທາ ກໍໄດ້ນຳຕົວຜູ້ກ່ຽວສົ່ງໃຫ້ ປກສ ເມືອງນາໝໍ້ ແຂວງອຸດົມໄຊ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

ເຈົ້າໜ້າທີ່ ປກສ ເມືອງນາໝໍ້ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ສາເຫດທີ່ເກີດຂຶ້ນນັ້ນແມ່ນມາຈາກ ທ້າວ ຈາຍ ໄດ້ໄປຊື້ລົດຈັກນຳພີ່ນ້ອງຢູ່ບ້ານຫ້ວຍຊາງ ເມືອງນາໝໍ້ ໃນລາຄາ 2.000.000 ກີບ ເຊິ່ງໃນເບື້ອງຕົ້ນ, ຜູ້ກ່ຽວຈ່າຍກ່ອນ 1.500.000 ກີບ ແລະ ຍັງຕິດໜີ້ 500.000 ກີບ; ພາຍຫຼັງທີ່ເອົາລົດມາຂີ່ໄດ້ໄລຍະໜຶ່ງແລ້ວ, ທ້າວ ຈາຍ ໄດ້ເອົາລົດໄປສົ່ງ ພ້ອມທັງຂໍເງິນຄືນ 500.000 ກີບ ແຕ່ຍາດພີ່ນ້ອງຜູ້ເປັນເຈົ້າໜີ້ບໍ່ຍອມ ຈຶ່ງມີປາກສຽງກັນຮຸນແຮງຂຶ້ນ ພ້ອມທັງນາບຂູ່ວ່າ: ຈະແຈ້ງຕໍ່ເຈົ້າໜ້າທີ່ມາຈັບ; ຈາກນັ້ນ, ທ້າວ ຈາຍ ຜູ້ກໍ່ເຫດຈຶ່ງໄດ້ໃຊ້ມີດໄລ່ແທງ-ຟັນພີ່ນ້ອງຕົນເອງທີ່ຊື້ລົດນຳ ຈົນໄດ້ຮັບບາດເຈັບ 3 ຄົນ ແລ້ວເອົາຕົວຫຼົບໜີ.